ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຕ້ອງ​ການ​​ຄວາມ​ສາ​ມັກ​ຄີ ຫາກ​ບໍ່​ແມ່ນ​ອາ​ຄາດ​ມາດ​ຮ້າຍ

2021-08-25 18:03:41 |ມາຈາກ: CRI

ໂດຍ​ແນ​ໃສ່​ຕໍ່​ກໍ​ລະ​ນີ​ທີ່​ອົງ​ການ​ຂ່າວ​ລັບ​ອາ​ເມ​ຣິ​ກາ​ຈະ​ປະ​ກາດ​ບົດ​ລາຍ​ງານ​ຜົນການ​ສືບ​ສວນ​ແລະ​ວິ​ເຄາະ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ທ່ານ​ວ່າງ​ເຫວີນ​ປິ່ນ ໂຄ​ສົກ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ສິງ​ຫານີ້​ວ່າ: ການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ເປັນ​ເລື່ອງ​ທີ່ຕ້ອງ​ການ​​ຄວາມ​ສາ​ມັກ​ຄີ ຫາກ​ບໍ່​ແມ່ນ​ອາ​ຄາດ​ມາດ​ຮ້າຍ.

ຂ່າວ​ລາຍ​ງານ​ວ່າ: ທ່ານ​ນາງ​ເຈນ ​ປະຊາ​ກີ ໂຄ​ສົກ​ທຳ​ນຽມ​ຂາວ​ອາ​ເມ​ຣິ​ກາ ໄດ້ກ່າວໃນ​ວັນ​ທີ 23 ສິງ​ຫານີ້​ວ່າ: ທ່ານ​ໂຈ ໄບ​ເດັນ ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ ໄດ້ສັ່ງ​ໃຫ້​ອົງ​ການ​ຂ່າວ​ລັບສືບສວນແລະເຮັດ​ບົດ​ລາຍ​ງານ​ຜົນ​ການ​ສືບ​ສວນ​ແລະ​ວິ​ເຄາະ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ເຊິ່ງບົດລາຍງານນີ້ຄາດວ່າຈະເຮັດສຳເລັດ​ພາຍໃນວັນທີ 24 ສິງຫານີ້ ແຕ່ຍັງຕ້ອງການ​ເວ​ລາຫຼາຍມື້ຈຶ່ງຈະສາ​ມາດເຮັດສະບັບທີ່ສາມາດເປີດເຜີຍຕໍ່ພາຍນອກໄດ້ສຳ​ເລັດ.

ຕໍ່ກັບກໍລະນີດັ່ງກ່າວ, ທ່ານວ່າງເຫວີນປິ່ນ ໄດ້ຕອບຄຳຖາມຂອງນັກຂ່າວ ໂດຍຊີ້ໃຫ້ເຫັນວ່າ: ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຕ້ອງການຄວາມຮູ້​ທາງວິທະຍາສາດ ຫາກບໍ່ແມ່ນຂ່າວລັບ, ການໃຫ້ອົງການຂ່າວລັບໄປດຳເນີນການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ກໍເປັນການກະທຳ​ທີ່​ຝືນ​ກັບຫຼັກວິທະຍາສາດຢູ່ແລ້ວ. ​ຕັ້ງແຕ່ໃດມາ, ອົງການຂ່າວລັບຂອງອາເມຣິກາກໍມີການກະທຳ​ທີ່ຊົ່ວຮ້າຍຕະຫຼອດ, ອັນທີ່ວ່າບົດລາຍງານການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຂອງເຂົາ ຍິ່ງບໍ່ອາດຈະເຮັດຂຶ້ນບົນພື້ນຖານຄວາມເປັນຈິງ. ເພື່ອຈຸດປະສົງທາງການເມືອງຂອງຕົນທີ່ບໍ່ສາມາດບອກ​ໃຫ້​ຜູ້​ອື່ນ​ຮູ້, ສະ​ນັ້ນໃນບັນຫາການຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ອາເມຣິກາ​ຈຶ່ງໃຫ້ອົງການຂ່າວລັບປະເທດຕົນໄປດຳເນີນການສືບສວນ ເຊິ່ງເປັນການທຳລາຍການຮ່ວມມືສາກົນເພື່ອຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດ ແລະ ຖືກສົງໄສແລະຄັດຄ້ານໂດຍທົ່ວໄປຈາກສາກົນ.