ເລີ່ມ​ການປະ​ຕິ​ບັດ​ກົດ​ໝາຍ​​ແລະ​ລາດ​ຕ​ະ​ເວນ​ຮ່ວມ​ຕາມ​ແມ່​ນ້ຳ​ຂອງ​ຄັ້ງ​ທີ 108 ລະ​ຫວ່າງຈີນ, ລາວ, ມຽນ​ມາ ແລະ ໄທ

2021-08-25 18:08:25 |ມາຈາກ: CRI

ເຈົ້າ​ໜ້​າ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ພະ​ແນກ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ແຂວງ​ຢຸນ​ນານ​ຈີນ​ແຈ້ງ​ຂ່າວ​ວ່າ: ເວ​ລາ 11 ໂມງ​ຂອງວັນ​ທີ 24 ສິງ​ຫາ​ນີ້, ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຈີນ, ລາວ, ມຽນ​ມາ ແລະ ໄທ​ໄດ້ເລີ່ມ​ການປະ​ຕິ​ບັດ​ກົດ​ໝາຍ​​ແລະ​ລາດ​ຕ​ະ​ເວນ​ຮ່ວມ​​ຕາມ​ແມ່​ນ້ຳ​ຂອງ​ຄັ້ງ​ທີ 108.

ກ່ອນ​ອອກ​ເດີນ​ທາງ, ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ 4 ປະ​ເທດ​ໄດ້​ຈັດ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ບັນ​ຊາ​ການ​ເຄື່ອນ​ໄຫວ ແລະ ກອງ​ປະ​ຊຸມ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ເຂດ​ລ້ອງ​ແມ່​ນ້ຳ​ຂອງ ໂດຍ​ຜ່ານ​ທາງວິ​ດີ​ໂອ. 4 ປະ​ເທດ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ໃຫ້​ລິ​ເລີ່ມ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ປາບ​ປາມ​ການ​ກໍ່​ຄະ​ດີຂ້າມ​ຊາຍ​ແດນ​ຕາມ​ລ້ອງ​ແມ່​ນ້ຳ​ຂອງ​ຢ່າງ​ເປັນ​ທາງ​ການ​ທີ່​ໃຊ້​ເວ​ລາ 3 ເດືອນ, ໂດຍ​ຖື​ເອົາ​ການປະ​ຕິ​ບັດ​ກົດ​ໝາຍ​​ແລະ​ລາດ​ຕ​ະ​ເວນ​ຮ່ວມ​ຄັ້ງ​ນີ້​ເປັນ​ຈຸດ​ເລີ່ມ​ຕົ້ນ, ສຸມ​ໃສ່​ປາບ​ປາມ​ການ​ລັກ​ລອບ​ຂ້າມ​ຊາຍ​ແດນ, ການ​ຄ້າ​ຢາ​ເສບ​ຕິດ ແລະ ການ​ຕົວະ​ຕົ້​ມ​ທາງ​ໂທ​ລະ​ຄົມ​ແລະ​ອິນ​ເຕີ​ເນັດ ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ຂອງ.

ຕາມ​ຂ່າວ​ແຈ້ງວ່າ: ການ​ເຄື່ອນ​ໄຫວ​ສະ​ເພາະ​ກິດ​ຄັ້ງ​ນີ້​ເປັນ​ການ​ເຄື່ອນ​ໄຫວ​ສະ​ເພາະ​ກິດ​ຄັ້ງ​ທີ 2 ຫຼັງ​ຈາກ​ໄດ້​ດຳ​ເນີນ​ການ​ຮ່ວມ​ກັນ​ປາບ​ປາມ​ຢາ​ເສບ​ຕິດ​ເປັນ​ຮ້ອຍ​ວັນ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ຂອງ. ການ​ເຄື່ອນ​ໄຫວ​ສະ​ເພາະ​ກິດ​ຄັ້ງ​ນີ້​ຈະ​ເພີ່ມ​​ທະ​ວີ​ການ​ຄຸ້ມ​ຄອງ​ຮ່ວມ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ຂອງ​ຂອງ 4 ປະ​ເທດ, ປາບ​ປາມ​ການກໍ່​ຄະ​ດີ​ຂ້າມ​ຊາຍ​ແດນຢ່າງ​ເຂັ້ມ​ງວດ ແລະ ຊ່ວຍ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19.