ວັນທີ 23 ສິງຫານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປພູເຢ້ລ້ຽງ(ດວງຈັນ)ທີ່ນິຄົມປ່າໄມ້ໄຊ້ຫານປ້າແຂວງເຫີເປີຍ, ເພື່ອກວດເບິ່ງສະພາບທຳມະຊາດຂອງນິຄົມປ່າໄມ້, ຮັບຟັງການລາຍງານທີ່ກ່ຽວກັບການຊຸກຍູ້ການປະສານສົມທົບວຽກງານປົວແປງລະບົບນິເວດພູຜາແມ່ນ້ຳ ປ່າໄມ້ ທົ່ງນາ ທົ່ງຫຍ້າ ແລະ ທະເລຊາຍຂອງແຂວງເຫີເປີຍ, ກໍຄືສະພາບການຄຸ້ມຄອງແລະອະນຸລັກນິຄົມປ່າໄມ້, ຢ້ຽມຢາມພະນັກງານອະນຸລັກປ່າໄມ້. ຫຼັງຈາກນັ້ນ, ທ່ານສີຈິ້ນຜິງຍັງໄດ້ເດີນທາງໄປເຂດປ່າໄມ້ລະນຶກຊ້າງໄຫ, ເພື່ອກວດເບິ່ງສະພາບການເຕີບໃຫຍ່ຂອງປ່າໄມ້, ຮັບຮູ້ສະພາບການທີ່ນິຄົມປ່າໄມ້ໄດ້ເສີມຂະຫຍາຍຈິດໃຈໄຊ້ຫານປ້າ, ແລະ ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ.