ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ຄວນ​ຊ່ວ​ຍ​ເຫຼືອ​ອັ​ຟກາ​ນິສະຖານ​ສ້າງສາ​ຄືນ​ໃໝ່​​​ໂດຍ​ສັນຕິ​ແຕ່​ຫົວທີ

2021-08-30 19:28:46 |ມາຈາກ: CRI

ວັນ​ທີ 29 ສິງຫາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່​ງລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້ສົນທະນາ​ຜ່ານ​ທາງໂທລະ​ສັບ​ກັບ​ທ່ານອັນ​ໂຕ​ນີ ບລິນ​ເກນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມຣິກາ ​ເຊິ່ງສອງຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນກ່ຽວ​ກັບ​ສະຖານະ​ການ​ຢູ່ອັຟກາ​ນິສະຖານ ​ແລະ​ສາຍ​ພົວພັນ​ຈີນ-ອາ​ເມຣິກາ.

ທ່ານບລິນ​ເກນ​ກ່າວ​ວ່າ: ​​​​ໃນ​ຈຸດ​ເວລາ​ທີ່ສຳຄັນ​ທີ່​ອາ​ເມຣິກາ​ຖອນ​ທະຫານ​ ​ແລະຍົກຍ້າຍ​ຊາວ​ອາ​ເມຣິກາ​ອອກ​ຈາກ​ອັຟກາ​ນິສະຖານ​ໃກ້​ຈະ​ສຳ​ເລັດ​ແລ້ວ, ສະພາຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຄວນຮ່ວມ​ກັນ​ອອກສຽງ​ຢ່າງ​ຈະ​ແຈ້ງ, ສະ​ແດ​ງ​ໃຫ້​ເຫັນ​ວ່າ: ປະຊາ​ຄົມ​ໂລກ​ຄາດ​ຫວັງ​ວ່າກຸ່ມ​ຕາ​ລີ​ບັນຈະຮັບປະກັນ​ການ​ຍົກຍ້າຍ​ພົນລະ​ເມືອງ​ຕ່າງປະ​ເທດຢ່າງ​ປອດ​ໄພ, ຮັບປະກັນ​​ໃຫ້ປະຊາຊົນ​ອັຟກາ​ນິສະຖານ​ສາມາດ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​, ຮັບປະກັນ​ໃຫ້​ຜືນ​ແຜ່ນດິນ​ອັຟກາ​ນິສະຖານ​ບໍ່​ກາຍ​ເປັນ​ແຫຼ່ງສະ​ສົມການ​ໂຈມ​ຕີ​​ແບບກໍ່​ການ​ຮ້າຍ, ​ແລະບໍ່​ກາຍ​ເປັນ​​ແດນ​ສະຫວັນ​ທີ່​ປອດ​ໄພ​ສຳລັບລັດທິ​ກໍ່​ການ​ຮ້າຍ.

ທ່ານຫວາງຢີ້ກ່າວ​ວ່າ: ສະຖານະ​ການ​ພາຍ​ໃນ​ອັຟກາ​ນິສະຖານ​ພວມ​ຢູ່​ໃນ​ໄລຍະ​ປ່ຽນ​ແປງ​​ໂດຍ​ພື້ນຖານ, ມີ​ຄວາມ​ຈຳ​ເປັນ​ທີ່​ໃຫ້ບັນດາຝ່າຍ​ຕ້ອງ​ມີ​ການ​ພົວພັນ​ກັບ​ກຸ່ມ​ຕາ​ລີ​ບັນ ​ແລະ​ຊີ້​ນຳ​ຢ່າງ​ຕັ້ງໜ້າ. ​ໂດຍ​ສະ​ເພາະ​ແມ່ນ​ອາ​ເມຣິກາ, ຄວນ​ຮ່ວມ​ກັບ​ປະຊາ​ຄົມ​ໂລກ​​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ເສດຖະກິດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ​ການ​ຊ່ວຍ​ເຫຼືອ​ດ້ານມະນຸດສະທຳ​​ແກ່​ອັຟກາ​ນິສະຖານ, ຊ່ວຍ​ເຫຼືອ​ອັຟກາ​ນິສະຖານສ້າງ​ໂຄງ​ປະກອບ​ທາງການ​ເມືອງ​ໃໝ່​ເພື່ອ​ຮັບປະກັນ​​ໃຫ້ອົງການ​ປົກຄອງ​ຂອງ​ລັດ​ປະຕິບັດ​ງານ​ໄດ້​ຕາມ​ປົກກະຕິ, ຮັກສາ​ຄວາມ​ໝັ້ນຄົງ​​ໃນ​ສັງຄົມ, ​ແກ້​ໄຂ​ໄພ​ເງິນ​ເຟີ້​ຄ່າ​ເງິນ​ອ່ອນ​ຄ່າ​ໃນ​ປະຈຸ​ບັນ ​ແລະ​ລາຄາ​ສິນຄ້າ​ເພີ່ມ​ຂຶ້ນ, ​ໃຫ້ການ​ສະໜັບສະໜູນ​ເສັ້ໜທາງ​ການ​ສ້າງສາ​ອັຟກາ​ນິສະຖານ​ຄືນ​ໃໝ່​ໂດຍ​ສັນຕິ​ແຕ່​ຫົວທີ. ອາ​ເມຣິກາ​ຄວນ​ເຄົາລົບ​ອະທິປະ​ໄຕ ​ແລະ​ຄວາມ​ເປັນ​ເອກະລາດ​ຂອງ​ອັຟກາ​ນິສະຖານ, ​ເອົາ​ໃຈ​ໃສ່​ປະຕິບັດ​ງ​ານຕົວ​ຈິງ, ຊ່ວຍ​ເຫຼືອ​ອັຟກາ​ນິສະຖານຕໍ່ສູ້​ກັບ​ລັດທິ​ກໍ່​ການ​ຮ້າຍ, ບໍ່​ຄວນ​​ໃຊ້​ສອງມາດຕະຖານ​ ຫຼື​ຕ້ານ​ການ​ກໍ່​ການ​ຮ້າຍ​ແບບ​ເລືອກຝ່າຍ.

ກ່ຽວ​ກັບ​ສາ​ຍພົວພັນ​ຈີນ-ອາ​ເມຣິກາ, ທ່ານ​ຫວາງ​ຢີ້ກ່າວ​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ຈີນ ​ແລະ​ອາ​ເມຣິກາ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສະຖານະ​ກນ​ຢູ່​ອັຟກາ​ນິສະຖານ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ບັນຫາ​ອື່ນໆ, ການ​ປຶກສາ​ຫາລື​ກັນ​ດີກ​ວ່າການ​ເປັນ​ປໍ​ລະ​ປັກກັນ, ການ​ຮ່ວມ​ມື​ກັນດີກ​ວ່າການ​ປະ​ທະ​ກັນ. ຈີນ​ຈະ​ພົວພັນ​ກັບ​ອາ​​ເມຣິກາບົນ​ພື້ນຖານ​ທ່າ​ທີ​ອາ​ເມຣິກາ​ທີ່​ມີ​ຕໍ່​ຈີນ.