ທິມຈີນຊະນະ 16 ຫຼຽນຄໍາໃນມື້ດຽວ, ຈໍານວນຫຼຽນທັງໝົດກາຍ 100 ຫຼຽນ

2021-08-31 17:06:29 |ມາຈາກ:

ວັນທີ 29 ເດືອນສິງຫາ, ພຽງມື້ດຽວ ທິມນັກກິລາຈີນໄດ້ຮັບຜົນສໍາເລັດໃນການຊະນະ 16 ຫຼຽນຄໍາໃນງານມະຫາກຳກິລາໂອແລມປິກຄົນພິການ, ເຊິ່ງໃນນັ້ນກິລາປະເພດແລ່ນ-ລານ ແລະ ປິງປອງໄດ້ຮັບ5 ຫຼຽນຄຳ, ກິລາລອຍນໍ້າ ແລະ ຟັນດາບໄດ້ຮັບ 2 ຫຼຽນ ຄຳ, ກິລາຍິງທະນູ ແລະ ຍົກນໍ້າໜັກໄດ້ລາຍການລະ 1 ຫຼຽນຄໍາ. ປັດຈຸບັນນີ້ ຈຳນວນຫຼຽນຄໍາ ແລະ ຫຼຽນເງິນທີ່ທິມຈີນໄດ້ຮັບແມ່ນຢູ່ໃນອັນດັບທີໜຶ່ງ ດ້ວຍຜົນສໍາເລັດຄື 46 ຫຼຽນຄໍາ 29 ຫຼຽນເງິນ ແລະ 29 ຫຼຽນທອງແດງ, ຈໍານວນຫຼຽນໄຊທັງໝົດກາຍ 100 ຫຼຽນ.