ກອງປະຊຸມສຳມະນາການຄ້າແບບອອນລາຍ 2021 ໄດ້ສິ້ນສຸດລົງ

2021-08-31 17:13:00 |ມາຈາກ:

ວັນທີ 29 ສິງຫານີ້, ງານວາງສະແດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມສຳມະນາການຄ້າ-ການລົງທຶນແບບອອນລາຍ 2021 ໄດ້ສິ້ນສຸດລົງ. ໃນໄລຍະຫ້າມື້ຂອງກອງປະຊຸມ, ມີ ນັກທຸລະກິດ 27.929 ຄົນເຂົ້າຮ່ວມງານວາງສະແດງ ແລະ ຈັດສະແດງຜະລິດຕະພັນຂອງເຂົາເຈົ້າຜ່ານເວທີອອນໄລນ໌, ມີ ນັກທຸລະກິດ 11.693 ຄົນ ທີ່ໄດ້ຈັດຊື້ ແລະ ຊອກຫາໂອກາດທາງທຸລະກິດຜ່ານທາງອອນໄລນ໌, ແລະ ໄດ້ມີການຈັດກິດຈະກໍາການຖ່າຍທອດສົດຫຼາຍກວ່າ 1.370 ລາຍການເຊັ່ນ: ການຖ່າຍທອດສົດຈາກກົງສຸນ, ຮ້ານວາງສະແດງ ແລະ ອື່ນໆ. ອີງຕາມຂໍ້ມູນໄດ້ຮູ້ວ່າ "ເວທີດິຈິຕອນງານວາງສະແດງສິນຄ້າຈີນ-ອາຊີໃຕ້" ຂອງກອງປະຊຸມສຳມະນາການຄ້າຈະດໍາເນີນການເປັນເວລາ 365 ວັນ, ພໍ່ຄ້າ, ນັກທຸລະກິດ ແລະວິສາຫະກິດ ຍັງສາມາດຊອກຫາໂອກາດ ແລະ ສະແຫວງຫາການຮ່ວມມືຜ່ານທາງເວທີອອນໄລນ໌ນີ້.

ມາຈາກ ຫນັງສືພິມລາຍວັນຢຸນນານ

ນັກຂ່າວ ຈູວານຊີ