ການຝຶກອົບຮົມທາງອອນໄລນການຄ້າອິເລັກໂຕຣນິກຂ້າມແດນຈີນ-ລາວ-ມຽນມາ-ຫວຽດນາມປີ 2021 ໄດ້ເລີ່ມຂຶ້ນແລ້ວ

2021-08-31 17:19:58 |ມາຈາກ:

ວັນທີ 26 ສິງຫານີ້, ການຝຶກອົບຮົມທາງອອນໄລນ໌ການຄ້າອິເລັກໂຕຣນິກຂ້າມແດນຈີນ-ລາວ-ມຽນມາ-ຫວຽດນາມປີ 2021 ໄດ້ເລີ່ມຂຶ້ນຢູ່ຄຸນໝິງ. ການຝຶກອົບຮົມຄັ້ງນີ້ ຈັດໂດຍພະແນກການຄ້າແຂວງຢຸນນານ ແລະ ຫ້ອງການຕ່າງປະເທດ ຂອງອຳນາດການປົກຄອງປະຊາຊົນແຂວງຢຸນນານ, ການຝຶກອົບຮົມຈະດຳເນີນເປັນເວລາ 3 ວັນ. ຈຸດປະສົງຂອງກິດຈະກຳຄັ້ງນີີ້ ແມ່ນເພື່ອແລກປ່ຽນປະສົບການດ້ານການພັດທະນາການຄ້າ ອິເລັກໂຕຣນິກຂ້າມແດນ ແລະ ເຮັດໃຫ້ການຮ່ວມມືດ້ານການຄ້າອິເລັກໂຕຣນິກຂ້າມແດນລະຫວ່າງຈີນ, ລາວ, ມຽນມາ, ແລະ ຫວຽດນາມມີຄວາມເລິກເຊິ່ງກວ່າເກົ່າ. ພະນັກງານທີ່ກ່ຽວຂ້ອງໃນດ້ານການຄ້າອິເລັກໂຕຣນິກ,ນັກທຸລະກິດ,ຜູ້ຕາງໜ້າວິສາຫະກິດ ແລະ ຈາກພາກສ່ວນອື່ນໆ ຂອງປະເທດລາວ, ມຽນມາ ແລະຫວຽດນາມ ທັງໝົດ 700 ກວ່າຄົນໄດ້ເຂົ້າຮ່ວມໃນການຝຶກອົບຮົມຄັ້ງນີ້.

ມາຈາກ ຫນັງສືພິມລາຍວັນຢຸນນານ

ນັກຂ່າວ ຫຼົວຈີຢູ ຫຼີຫຼີນ