ຈົດ​ໝາຍ​ເປີດຜະ​ໜຶກ​ຂອງ​ອະ​ດີດ​ຜູ້​ຊ່ວຍ​ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ເປັນ​ການ​ຢັ້ງ​ຢືນ​ໃຫ້​ເຫັນ​ເຖິງ​ການ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ

2021-09-01 14:50:45 |ມາຈາກ: CRI

ຕາມ​ຂ່າວ​ແຈ້ງວ່າ: ທ່ານ​ຄ​ຣິ​ສ​ໂຕ​ເ​ຟີ ຟອດ ​ອະ​ດີດຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ເຄີຍ​ມີ​ຈົດ​ໝາຍ​ເປີດ​ຜະ​ໜຶກສະ​ບັບ​ໜຶ່ງ ໂດຍ​ໄດ້ເຜີຍ​ແບ​ຂະ​ບວນ​ການ​ທີ່​ຄົນຈຳ​ນວນ​ໜຶ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​​ເມ​ຣິກາ​ມັກສ້າງ​ຂ່າວ​ລື​ກ່ຽວ​ກັບ​ເຊື້ອ​ພະ​ຍາດ​ໂຄວິດ-19 ຮົ່ວ​ອອກ​ຈາກ​ຫ້ອງ​ທົດ​ລອງ. ວັນ​ທີ 30 ສິງ​ຫາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງວ່າ: ນີ້ເປັນ​ການ​ຢັ້ງ​ຢືນ​ໃຫ້​ເຫັນ​ເຖິງ​ການ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ອີກ​ຄັ້ງ​ໜຶ່ງໃນ​ການ​​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ອີງ​ຕາມ​ຈົດ​ໝາຍ​ທີ່​ທ່ານ​ຟອດ​ເປີດ​ເຜີຍ​ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້, ແຕ່​ເດືອນ​ທັນ​ວາ​ປີ 2020 ຫາ​ຕົ້ນ​ເດືອນ​ມັງ​ກອນ​ປີ 2021, ພາຍ​ໃຕ້​​ການມອບ​ໝາຍ​ຈາກ​ທ່ານ​ໄມ ພົມ​​ເພວ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ, ທ່ານຢີ​ມ້າວ​ຊຸ່ນ ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ວາງ​ນະ​ໂຍ​ບາຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້ຊີ້​ນຳໃຫ້​ທ່ານ​ໂທ​ມັ​ສ ດີ​ນານ​ໂນ ​ຜູ້​ຊ່ວຍ​ວຽກ​ງານ​ຂອງຜູ້​ຊ່ວຍ​ລັດ​ຖະ​ມົ​ນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ທີ່ຮັບ​ຜິດ​ຊອບ​ອົງ​ການ​ຄຸ້ມ​ຄອງ​ແລະກວດ​ກາ​ຍຸດ​ໂທ​ປະ​ກອນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ ແລະ​ທ່ານ​ເດ​ວິດ​ ແອດ​ເຊີ ທີ່​ປຶກ​ສາ​ຂອງ​ອົງ​ການ​ດັ່ງ​ກ່າວ ຂ້າມ​ໜ້າ​ໂດຍບໍ່​ປຶກ​ສາ​ກັບ​ຜູ້​ຊ່ຽວ​ຊານ​​ຊີ​ວະ​​ວິ​ທະ​ຍາ​ ແລະອາ​ວຸດ​ຊີ​ວະ​ພາບ, ໄດ້ປ່າວ​ປະ​ກາດຖ້ອຍ​ຄວາມ​ທີ່ບໍ່​ແມ່ນ​ຄວາມ​ຈິງ​ຕ່າງໆ​ໃຫ້​ພາກ​ສ່ວນ​ຕ່າງໆ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ຮັບ​ຊາບ ເປັນ​ຕົ້ນ: ໄວ​ຣັດ​ໂຄວິດ-19 ແມ່ນອາ​ວຸດ​ຊີ​ວະ​ພາບ​ທີ່​ລັດ​ຖະ​ບານ​ຈີນ​ຕັ້ງ​ໃ​ຈ​ໃຫ້ຮົ່ວ​ອອກ​ມາ.

ທ່ານ​​ວາງ​ເວີນ​ປິ່ນກ່າວ​ວ່າ: ຈາກ​ຈຸດ​ນີ້​ຈິ່ງ​ສະຫຼຸບ​ໄດ້​ວ່າ: ​ນັກການ​ເມືອງ​​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງບໍ່​ເອົາ​ຫົວ​ຊາ​ນຳຫຼັກ​ຖານ​ທາງ​ວິ​ທະ​ຍາ​ສາດ​ແລະ​ພື້ນ​ຖານ​ຄວາມ​ເປັນ​ຈິງ, ໄດ້​ຫັນການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ບັນ​ຫາ​ການ​ເມືອງ. ຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​ເຂົາ​ເຈົ້າ​ກໍ​ຄື​: ຖິ້ມ​ໂທດ​ໃສ່​ຈີນ​ດ້ວຍ​ທຸກວິ​ທີ​ທາງ. ການ​ກະ​ທຳ​ແບບ​ນີ້ຂາດ​ຄຸນ​ສົມ​ບັດ​ພື້ນ​ຖານ, ມີຜູ້​ມີ​ຄວາມ​ຮູ້​ນັບ​ມື້​ນັບຫຼາຍ ​ໄດ້​ສັງ​ເກດເຫັ​ນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ເລື່ອງ​ນີ້ ແລະ​ຈະ​ຖືກ​ປະ​ຊາ​ຄົມ​ໂລກ​ຄັດ​ຄ້ານ​ຢ່າງ​ແຂງ​ແຮງກວ່າ​ເກົ່າ.