ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຄວນ​ຢຸດ​ຕິ​ການ​ຕໍ່ຕ້ານ​ຈີນໃນ​ຂອບ​ເຂດ​ທົ່ວ​ໂລກ

2021-09-02 19:07:52 |ມາຈາກ: CRI

ວັນ​ທີ 1 ກັນ​ຍາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຈອນ ​ເຄີ​ຣີ ທູດ​ພິ​ເສດຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່ຽວ​ກັບບັນ​ຫາ​ດິນ​ຟ້າ​ອາ​ກາດ​ ​ທີ່​ພວມ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ປຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຈີນ-ອາ​ເມ​ຣິ​ກາ​ຢູ່​ນະ​ຄອນທຽນ​ສິນ​ຈີນ​ຜ່ານ​ທາງວີ​ດີ​ໂອ​.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​-ອາ​ເມ​ຣິ​ກາ​ຮ້າຍ​ແຮງ​ຂຶ້ນ​ຕື່ມ ແລະ​ປະ​ເ​ຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ, ສາ​ເຫດ​ຕົ້ນ​ຕໍ​ຄື: ອາ​ເມ​ຣິ​ກາ​ໄດ້​ຕີ​ລາ​ຄາ​ຈີນຢ່າງ​ຜິດ​ພາດ​ໃນ​ດ້ານ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ. ອາ​ເມ​ຣິ​ກາ​ຄວນ​ຢຸດ​ຕິ​ການ​ຖື​ຈີນ​ເປັນ​ໄພ​ຂົ່ມ​ຂູ່​ແລະ​ຄູ່​ແຂ່ງ​ຂັນ, ຢຸດ​ຕິ​ການ​ຕໍ່​ຕ້ານຈີນ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ຈີນ​ແລະ​ອາ​ເມ​ຣິ​ກາ​ແມ່ນ​ສອງ​ປະ​ເທດ​ໃຫຍ່, ການ​ຮ່ວມ​ມື​ແມ່ນ​ທາງ​ເລືອກທີ່​ຖືກ​ຕ້ອງ​ພຽງ​ຢ່າງ​ດຽວ ທັງ​ເປັນ​ຄວາມ​ຫວັງ​ຂອງ​ປະ​ຊາ​ຄົມ​ໂລກ. ຈີນ​ແລະ​ອາ​ເມ​ຣິ​ກາ​ເຄີຍ​​ໄດ້ດຳ​ເນີນ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​​ກັນ​ທີ່​ໄດ້​ໃຫ້​ຜົນ​ປະ​ໂຫຍດ​ຕົວ​ຈິງ​ແກ່ສອງ​ຝ່າຍ, ​ເຊິ່ງ​ລວມ​ທັງການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ບັນ​​ຫາ​ສຳ​ຄັນ​ຂອງ​ສາ​ກົນ​ແລະ​ພາກ​ພື້ນ​ຕ່າງໆ ກໍ່ໄດ້​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ກັບ​ສອງ​ຝ່າຍ​ກໍ​ຄື​ປະ​ຊາ​ຊົນ​ສອງ​ປະ​ເທດ, ນີ້​ສະ​ແດງ​ໃຫ້​ເຫັນວ່າ: ສອງ​ຝ່າຍ​ຄວນ​ເຄົາ​ລົບ​ນັບ​ຖື​ກັນ, ສະແຫວງຫາສິ່ງ ທີ່ຄືກັນແລະສະຫງວນສິ່ງທີ່ຕ່າງກັນ ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ການ​ຮ່ວມ​ມື​ດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຈີນ-ອາ​ເມ​ຣິ​ກາ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍ ແລະ​ກໍ​ຈະ​ສ້າງ​ຄວາມ​ສຸກ​ໃຫ້​ກັບ​ມວນ​ມະ​ນຸດ​ທົ່ວ​ໂລກ ທັງ​ມີອະ​ນາ​ຄົດ​ໃນ​ການ​ພັດ​ທະ​ນາ​ທີ່ກວ້າງ​ຂວາງ.

ທ່ານ​ເຄີຣີ​ກ່າວ​ວ່າ: ການ​ຮ່​ວມ​ມື​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ຈີນ​ມີ​ຄວາມ​ສຳ​ຄັນຫຼາຍ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ປັດ​ຈຸ​ບັນ. ອາ​ເມ​ຣິ​ກາ​ຍິນ​ດີ​ຮ່ວມ​ກັບ​ຈີນ, ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ສົນ​ທະ​ນາ​ກັນ, ໃຫ້​ກຳ​ລັງ​ໃຈ​ແລະ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ລະ​ກັນ, ສ່ອງ​ແສງ​ໃຫ້​ເຫັນ​​ຄວາມ​ເປັນ​ຜູ້​ນຳຂອງ​ສອງ​ຝ່າຍ ເພື່ອ​ສ້າງ​ແບບ​ຢ່າງ​ໃນການ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ “ສັນ​ຍາ​​ປາ​ຣີ” ແລະ​ສ້າງ​ໂອ​ກາດ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ພົວ​ພັນ​ອາ​ເມ​ຣິ​ກາ-ຈີນ​​ທີ່​ສອງ​ຝ່າຍພວມ​ປະ​ເ​ຊີນ​ຢູ່.