ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ໃຫ້​ພະ​ນັກ​ງານ​ໜຸ່ມ​ຕ້ອງ​ຍຶດ​ໝັ້ນ​ອຸ​ດົມ​ການ​ຢ່າງ​ເດັດ​ດ່ຽວ​ແລະ​ຈົງ​ຮັກ​ພັກ​ດີ​ຕໍ່​ພັກ

2021-09-02 19:09:44 |ມາຈາກ: CRI

ພິ​ທີ​ເປີດ​ຊຸດ​ຝຶກ​ອົບ​ຮົມ​ພະ​ນັກ​ງານ​ໜຸ່ມ​ແລະ​ໄວ​ກາງ​ຄົນ​ສົກ​ຮຽນ​ລະ​ດູ​ໃບ​ໄມ້​ລົ່ນ2021ຂອງ​ໂຮງ​ຮຽນ​ທິດ​ສະ​ດີ​ພັກ​ກອມ​ມູ​ນິດ​ຈີນ​ຂັ້ນ​ສູນ​ກາງຫຼື​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດໄດ້​ໄຂ​ຂຶ້ນ​ໃນ ວັນ​ທີ 1 ກັນ​ຍາ​ນີ້​ຢູ່​ທີ່​ໂຮງ​ຮຽນ​ທິດ​ສະ​ດີ​ພັກ​ກອມ​ມູ​ນິດ​ຈີນ​ຂັ້ນ​ສູນ​ກາງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ດັ່ງ​ກ່າວ​ໂດຍ​ເນັ້ນ​ວ່າ ພະ​ນັກ​ງານ​ໜຸ່ມ​ເປັນ​ລຸ້ນ​ຄົນ​ທີ່ເກີດ​ແລະ​ດຳ​ລົງ​ຊີ​ວິດຢູ່​ໃນ​​ຍຸກ​ທີ່​ຍິ່ງ​ໃຫຍ່,​ເປັນ​ກຳ​ລັງຫຼັກ​ແຫຼ່ງໃນ​ກາ​ນ​ພັດ​ທະ​ນາ​ພາ​ລະ​ກິດ​ຂອງ​ພັກ​ແລະ​ລັດ. ນັບ​ແຕ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວ​ລາ 100 ປີ​ມາ​ນີ້, ກໍ​ເປັນ​ພັກ​ທີ່​ມີ​ອຸ​ດົມ​ການ​ອັນ​ສູງ​ສົ່ງ​ແລະ​ມີ​ຄວາມ​ເຊື່ອ​ສັດ​ທາ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ເຊິ່ງ​ອຸ​ດົມ​ການນີ້​ກໍ​ແມ່ນ​ຄວາມ​ເຊື່ອ​​ໃນລັດ​ທິ​ມາກ, ອຸ​ດົມ​ການ​ທີ່​ສູງ​ສົ່ງ​ຂອງ​ລັດ​ທິ​ກອມ​ມູ​ນິດ, ອຸ​ດົມ​ການ​ຮ່ວມ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ພະ​ນັກ​ງານ​ໜຸ່ມ​ຕ້ອງ​ຈື່​ຈຳ​ໃຫ້​ໜັກ​ແໜ້ນ, ການ​ຍຶດ​ໝັ້ນ​ອຸ​ດົມ​ການ​ຢ່າງ​ເດັດ​ດ່ຽວ​ກໍ​ເປັນ​ຫົວ​ຂໍ້​ຫຼັກຕະຫຼອດ​ຊີ​ວິດ. ​ເມື່ອ​ຍຶດ​ໝັ້ນ​ອຸ​ດົມ​​ການຢ່າງ​ເດັດ​ດ່ຽວ​ຈິ່ງ​ຈະຈົງ​ຮັກ​ພັກ​ດີ​ຕໍ່​ພັກ​ໄດ້.