ຢຸນນານ: ລູກຊ້າງທີ່ຫາກໍເກີດໄດ້ພຽງ 6 ມື້ ຖືກຖິ້ມ, ພະນັກງານໄດ້ປິ່ນປົວຢ່າງສຸດຄວາມສາມາດ

2021-09-03 16:11:53 |ມາຈາກ:

ຢູ່ສິບສອງພັນນາ ແຂວງຢຸນນານ, ຊ້າງນ້ອຍໂຕໜຶ່ງຕິດພະຍາດຮ້າຍແຮງຫຼາຍຢ່າງ ເຊັ່ນ ສາຍບືເປັນໜອງ ເປັນຕົ້ນ, ມັນຫາກໍເກີດໄດ້ພຽງ 6 ມື້ກໍຖືກຖິ້ມຈາກກຸ່ມຊ້າງ. ພະແນກທີ່ກ່ຽວຂ້ອງໃນທ້ອງຖິ່ນໄດ້ດຳເນີນການປິ່ນປົວສຸກເສີນ. ໃນຕອນເຊົ້າຂອງວັນທີ 31 ສິງຫາ, ທ່ານໝໍຜູ້ຮັບຜິດຊອບການປິ່ນປົວຊ້າງນ້ອຍ ກ່າວວ່າ, ອາການໄຂ້ຂອງຊ້າງນ້ອຍໄດ້ຫຼຸດລົງ, ແລະ ສະພາບຈິດໃຈຂອງມັນດີຂຶ້ນ, ແຕ່ຍັງບໍ່ພົ້ນຈາກຂີດອັນຕະລາຍເທື່ອ.

ມາຈາກ ສຳນັກຂ່າວຊິນຮວາຂອງຈີນ