ວັນທີ 31 ສິງຫານີ້, ກອງປະຊຸມ 5G ລະດັບໂລກປີ 2021 ໄດ້ເປີດຂຶ້ນຢູ່ປັກກິ່ງ, ອີງຕາມຂໍ້ມູນຂ່າວສານໄດ້ໃຫ້ຮູ້ວ່າ, ປະຈຸບັນນີ້, ປະເທດຈີນໄດ້ສ້າງ ແລະ ເປີດສະຖານີ 5G ທັງໝົດ 993.000 ແຫ່ງ, ກວມເອົາທຸກເມືອງພາຍໃນປະເທດຈີນ, ກວມເອົາຫຼາຍກວ່າ 95% ຂອງເຂດ ແລະ ເມືອງ, 35% ຂອງຕາແສງ ແລະ ບ້ານ, ຈໍານວນການເຊື່ອມຕໍ່ຂອງໂທລະສັບມືຖື 5G ມີຫຼາຍກວ່າ 392 ລ້ານບັນຊີ.
ກອງປະຊຸມ 5G ລະດັບໂລກແມ່ນກອງປະຊຸມສາກົນຄັ້ງທຳອິດຂອງໂລກໃນດ້ານ 5G, ເຊິ່ງໄດ້ຈັດຂຶ້ນເປັນເທື່ອທຳ ອິດຢູ່ປັກກິ່ງໃນປີ 2019. ກອງປະຊຸມ 5G ໃນຄັ້ງນີ້ ມີຜູ້ຊ່ຽວຊານດ້ານອຸດສາຫະກໍາ, ນັກວິຊາການ ແລະ ຜູ້ປະກອບການ ຫຼາຍກ່ວາ 1.500 ຄົນຈາກ 20 ປະເທດໄດ້ເຂົ້າຮ່ວມການປະຊຸມທາງອິນເຕີເນັດ ແລະ ການປະຊຸມໃນສະຖານທີ່ຈັດງານ. ກອງປະຊຸມຄັ້ງນີ້ ປະກອບມີການເຄື່ອນໄຫວເຊັ່ນ ກອງປະຊຸມ, ການວາງສະແດງ ແລະ ກິດຈະກໍາອື່ນໆ.