ປະຊາ​ຄົມ​ໂລກ​ຫວັງ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຜ່ານ​ຈາກ​ງານ​ຕະຫຼາດນັດ​ການ​ຄ້າ​ການ​ບໍລິການ​ສາກົນ​ຈີນ​ປີ 2021

2021-09-03 16:50:15 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 2 ກັນຍາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ການ​ບໍລິການ​ໂລກ​ຂອງ​ງານ​ຕະຫຼາດນັດ​ການ​ຄ້າ​ການ​ບໍລິການ​ສາກົນ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ປະກາດ​ມາດ​ຕະການ​ສຳຄັນ​ໃນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຕໍ່​ກອງ​ປະຊຸມ​ດັ່ງກ່າວ, ປະຊາ​ຄົມ​ໂລກ​ໄດ້​ຕີ​ລາຄາ​ສູງ ​ແລະ​ຫວັງ​ຢາກ​ເພີ່ມທະວີ​ການ​ຮ່ວມ​ມື​ສາກົນ​ດ້ານ​ການ​ຄ້າ​ການ​ບໍລິການ.

ງານ​ຕະຫຼາດນັດ​ການ​ຄ້າ​ການ​ບໍລິການ​ສາກົນ​ຈີນ​ປີ 2021 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 7 ກັນຍາ​ນີ້ ພາຍ​ໃຕ້​ຫົວຂໍ້ “​ເປີດ​ອະນາຄົດ​ດ້ວຍ​ດີ​ຈີ​ຕອນ, ການ​ບໍລິ​ການ​ຊຸກຍູ້​ການ​ພັດທະນາ”. ປະ​ເທດ​ອຽກລັງ​ແມ່ນ​ປະ​ເທດ​ກິດ​ຕິ​ມະ​ສັກ​ໃນ​ງານ​ຕະຫຼາດນັດ​ຄັ້ງ​ນີ້. ທ່ານ​ມີ​ແຊວ ມາຕີ​ນ ນາຍົກລັດຖະມົນຕີອຽກລັງ​ກ່າວ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ວ່າ: ອຽກລັງ​ຫວັງ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ໃໝ່​ໂດຍ​ຜ່ານ​ງານ​ຄັ້ງ​ນີ້.

ທ່ານ​ນາງ​ອານ​ແບນ ກົງຊາ​ເລ​ສ ຮອງ​ຜູ້ອຳນວຍການ​ໃຫຍ່​ອົງການ​ການ​ຄ້າ​ໂລກ​ກ່າວ​ວ່າ: ມູນ​ຄ່າ​ດ້ານ​ການ​ຄ້າ​ການ​ບໍລິການ​ໄດ້​ກວມ​ມູນ​ຄ່າ​ການ​ຄ້າ​ໂລກ​ເພີ່ມ​ຂຶ້ນ​ຈາກ 9% ​ໃນ​ປີ 1970 ​ເປັນ​ຫຼາຍ​ກວ່າ 20% ​ໃນ​ປັດຈຸບັນ​ນີ້ ​ແລະ​ຄາດ​ວ່າ​ເມື່ອ​ຮອດ​ປີ 2040 ຈະ​ບັນລຸ​ເຖິງ 1 ສ່ວນ 3. ທ່ານ​ກ່າວ​ຕື່ມ​ວ່າ: ບາງ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ພວມ​ເຈລະຈາ​ກົດ​ລະບຽບ, ທ່ານ​ຫວັງ​ໃຫ້​ລັດຖະບານ​ບັນດາ​ປະ​ເທດ​ສະມາຊິກ​ນຳ​​ໃຊ້​ການ​ເຄື່ອນ​ໄຫວ ​ເພື່ອ​ຍົກ​ສູງ​ຄວາມ​ໂປ່​ງ​ໃສ ​ແລະ​ປະສິດທິພາບ.

ທ່ານ​ອັນ​ໂດ ອັນ​ວາຣີສ ​ເອກ​ອັກຄະ​ລັດຖະທູດ​ເອວຊັນ​ວາ​ດໍ​ປະຈຳ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ໄດ້​ປະກາດ​ສ້າງ​ຕະຫຼາດ​ຫຼັກ​ຊັບ​ໃໝ່​ໄດ້​ເຮັດ​ໃຫ້​ທ່ານ​ເອງ​ຮູ້​ສຶກປະ​ທັບ​ໃຈ​ຫຼາຍ ​ເຊິ່ງຈະ​ກາຍ​ເປັນ​ກຳລັງ​ຊຸ​ກດັນ​ໃໝ່​ໃຫ້​ກັບ​ການ​ພັດທະນາ​ໂລກ.