ປະ​ກາດ“ບົດ​ລາຍ​ງານ​ການ​ຄົ້​ນ​ຄວ້າ​ດ້ານການ​ພັດ​ທະ​ນາ​ການ​ຄ້າ​ການ​ບໍ​ລິ​ການ​ຈີນ 2020”

2021-09-06 18:44:56 |ມາຈາກ: CRI

ວັນ​ທີ 4 ກັນ​ຍານີ້, ເວ​ທີ​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​”ຄັ້ງ​ທີ 4 ໄດ້​ປະ​ກາດ“ບົດ​ລາຍ​ງານ​ການ​ຄົ້​ນ​ຄວ້າ​ດ້ານການ​ພັດ​ທະ​ນາ​ການ​ຄ້າ​ການ​ບໍ​ລິ​ການ​ຈີນ 2020”.

ບົດ​ລາຍ​ງານໄດ້​ລະ​ບຸ​ວ່າ: ການ​ຄ້າ​ການ​ບໍ​ລິ​ການ​ໄດ້​ກາຍ​ເປັນ​ກຳ​ລັງ​ຂັບ​ເຄື່ອນ​ອັນ​ໃໝ່ໃນ​ການ​ຊຸກ​ຍູ້​ການ​ຄ້າ​ແລະ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃຫ້​ເຕີບ​ໂຕ, ການ​ຫັນ​ປ່ຽນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ທີ່​ປ່ຽນການ​ຖື​ເອົາການ​ຄ້າ​ສິນ​ຄ້າ​ເປັນ​ຫຼັກໃຫ້​ກາຍເປັນ​ການ​ຖື​ເອົາ​ການ​ຄ້າ​ການ​ບໍ​ລິ​ການ​ເປັນ​ຈຸດ​ໜັກ​ນັ້ນໄດ້​ເປັນ​ທ່ວງ​ທ່າ​ພື້ນ​ຖານ, ການ​ປະ​ດິດ​ສ້າງ​ດ້ານ​ເຕັກ​ນິກ​ດີຈີ​ຕອນໄດ້​ຊຸກ​ຍູ້​ການ​ຄ້າ​ການ​ບໍ​ລິ​ການ​ໃຫ້​ມີ​ການ​ປ່ຽນ​ແປງ​ໃໝ່.

ບົດ​ລາຍ​ງານ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13, ຂະ​ແໜງ​ການ​ບໍ​ລິ​ການ​ແລະ​ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ, ຍອດ​ມູນ​ຄ່າ​ໄດ້​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ, ໂຄງ​ປະ​ກອບ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ, ໂດຍ​ສະ​ເພາະ​ແມ່ນ​ປີ 2019 ແລະ​ 2020, ມູນ​ຄ່າ​ການ​ຄ້າ​ການ​ບໍ​ລິ​ການ​ທີ່​ເນັ້ນ​ໃສ່​ຄວາມ​ຮູ້ຕ່າງໄດ້​ກວມຍອດ​ມູນ​ຄ່າ​ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນ 34,7% ແລະ 44,5%, ເຊິ່ງ​ໄດ້​ກາຍ​ເປັນ​ກຳ​ລັງ​ຂັບເຄື່ອນ​ທີ່​ສຳ​ຄັນ​ຂອງ​ການ​ເຕີບ​ໂຕດ້ານ​ການ​ຄ້າ​ການ​ບໍ​ລິ​ການ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຍັງ​ຄາດ​ຄະ​ເນ​ວ່າ: ເມື່ອ​ຮອດ​ປີ 2025, ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ຈີນ​ຈະ​ກວມ 60% ໃນ GDP ຂອງ​ຈີນ, ການ​ພັດ​ທະ​ນາ​ດ້ານ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ຈີນ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ທີ່​ມະ​ຫາ​ສານ.