ງານ​ກິ​ລາ​ໂອ​ລິ​ມ​ປິກ​ຄົນ​ພິ​ການ​ໂຕ​ກຽວອັດ​ລົງ

2021-09-06 18:46:36 |ມາຈາກ: CRI

ວັນ​ທີ 5 ກັນ​ຍາ​ນີ້, ພິ​ທີ​ອັດ​ງານໂອ​ລິ​ມ​ປິກ​ຄົນ​ພິ​ການ​ລະ​ດູ​ຮ້ອນຄັ້ງ​ທີ 16 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ​​ປະ​ເທດຍີ່​ປຸ່ນ. ນາງ ຈ່າງ​ເສຍ​ເມີຍ ນັກ​ກິ​ລາ​ບານ​ບ້ວງ​ລໍ້​ພິ​ການເພດ​ຍິງ ໄດ້​​ຖື​ທຸງ​ຊາດ​ຈີນ​ເຂົ້າ​​ໃນ​ສະ​ໜາມ​ກິ​ລາ.

​ໃນງານ​ກິ​ລາ​ໂອລິມ​ປິກ​ຄົນ​ພິ​ການ​ຄັ້ງ​ນີ້, ຄະ​ນະ​ນັກ​ກິ​ລາ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ 20 ​ປະ​ເພດ, 341 ລາຍ​ການ, ໄດ້​ຮັບ​ຫຼຽນ​ຄຳ 96 ຫຼຽນ, ຫຼຽນ​ເງິນ 60 ຫຼຽນ, ຫຼຽນ​ທອງ 51 ຫຼຽນ ລວມ​ທັງ​ໝົດ 207 ຫຼຽນ, ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຫຼຽນ​ຄຳ​ແລະ​ຫຼຽນ​ລາງວັນ​ຫຼາຍກວ່າ​ໝູ່. ໃນ​ລາຍ​ການ​ແຂ່ງ​ຂັນ​ລອຍ​ນ້ຳ, ແລ່ນ​ແລະ​ລານ, ລົດ​ຖີບ​ແລະ​ອື່ນໆ, ໄດ້​ທຳ​ລາຍ​ສະ​ຖິ​ຕິ​ໂລກ​ຫຼາຍ​ສິບ​ຄັ້ງ.