ປີ 2020 ຍອດ​ມູນ​ຄ່າ​ຂາ​ອອກ​​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ຈີນຢືນ​ຢູ່​ແຖວ​ໜ້າ​ຂອງໂລກ​ຫຼາຍ​ປີ​ລຽນ​ຕິດ

2021-09-06 18:48:02 |ມາຈາກ: CRI

ຕາມ​ຂ່າວCRI:ຕາມ​ຕົວ​ເລກ​ທີ່​ເຜີຍ​ແຜ່​ໂດຍ​ກະ​ຊວງ​ການ​ຄ້າ​​ຈີນສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ປີ 2020, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ແລະ​ການ​ບໍ​ລິ​ການ​ຂອງ​ຈີນ​ໄດ້​ບັນ​ລຸ 144,3 ຕື້​ໂດ​ລາ, ມູນ​ຄ່າ​ຂາ​ອອກ​ຂອງ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ຢືນ​ຢູ່​ແຖວ​ໜ້າ​ຂອງໂລກ​ຫຼາຍ​ປີ​ລຽ​ນ​ຕິດ.

ຫວ່າ​ງ​ບໍ່​ດົນ​ມາ​ນີ້, ນັກ​ຂ່າວ​ໄດ້​ຮັບ​ຊາບ​ຈາກເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບພື້ນ​ຖານ​ຂາ​ອອກ​​ຜະ​ລິດ​ຕະ​ພັນ​ດ້ານ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ຄັ້ງທຳ​ອິດ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ: ຈີນ​ພວມເພີ່ມ​ທະ​ວີ​​ການ​ສະ​ໜັບ​ສະ​ໜູນ​​ການ​ສ້າງ​​ຖານ​ຂາ​ອອກ​ຜະ​ລິດ​ຕະ​ພັນ​ດ້ານ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດຢ່າງ​ຕໍ່​ເນື່ອງ. ກົມ​ໃຫຍ່ວິ​ທະ​ຍຸແລະ​ໂທ​ລະ​ພາບ​ແຫ່ງ​ຊາດຈີນ​ໄດ້​ປັບ​ປຸງ​ຂໍ້​ກຳ​ນົດ​ແລະ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຜະ​ລິດ​ລະ​ຄອນ​ໂທ​ລະ​ພາບ​ທີ່​ມີ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ຕ່າງ​ປະ​ເທດແລະ​ອື່ນໆ​ໃຫ້​ສົມບູນກວ່າ​ເກົ່າ, ໄດ້​ເຊັນ​ສັນ​ຍາ​ຖ່າຍ​ທຳ​ລາຍ​ການ​ໂທ​ລະ​ພາບ​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ​ກັບ​ຕ່າງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ​ກໍ່​ໄດ້ສົ່ງ​ເສີ​ມ​ແລະ​ສະ​ໜັບ​ສະ​ໜູນ​ໃຫ້​ວິ​ສາ​ຫະ​ກິດ​ທີ່​ດີ​ເດັ່ນ​​ໃນ​ການ​ຜະ​ລິດ​ລາຍ​ການ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ໃຊ້​ອິນເຕີ​ເນັດ​ແລະ​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ຂອງ​​ກັບຖານ​ຂາ​ອອກ​ຜະ​ລິດ​ຕະ​ພັນ​ດ້ານ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ເພີ່ມ​ທະ​ວີ​ການ​ສ້າງ​ຖານ​ການ​ຜະ​ລິດ​ຢູ່​ຕ່າງ​ປະ​ເທດ.