ທ່ານ​ສີ​ຈີ້ນ​ຜິງ ​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ກອງ​ປ​ະ​ຊຸມ​ວິ​ທະ​ຍາ​ສາດ​ການ​ບິນ​ສາ​ກົນ​ຄັ້ງ​ທີ 32

2021-09-06 18:50:20 |ມາຈາກ: CRI

ວັນ​ທີ 6 ກັນ​ຍາ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ຈົດ​ໝາຍອວຍ​ສານ​ຊົມ​ເຊີຍ​ເຖິງ​ກອງ​ປ​ະ​ຊຸມ​ວິ​ທະ​ຍາ​ສາດ​ການ​ບິນສາ​ກົນ​ຄັ້ງ​ທີ 32.

ທ່ານ​ສີ​ຈີ້ນ​ຜິງ​ຊີ້​ອອກວ່າ, ເຕັກ​ນິກວິ​ທະ​ຍາ​ສາດ​ການ​ບິນແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດເຕັກ​ນິກວິ​ທະ​ຍາ​ສາດທີ່​ພັດ​ທະ​ນາ​ໄວ​ກວ່າ​ໝູ່ ແລະ​​ສົ່ງ​ຜົນ​ດີຫຼາຍກວ່າ​ໝູ່​ຕໍ່​ການ​ຜະ​ລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງມວນ​ມະ​ນຸດ ນັບ​ແຕ່​ສະ​ຕະ​ວັດ​ທີ 20 ມາ​ຮອດ​ປັດ​ຈຸ​ບັນ​ນີ້. ໂລກ​ປັດ​ຈຸ​ບັນ​ກຳ​ລັງ​ປະ​ສົບ​ກັບ​ການ​ປະ​ຕິວັດ​ທາງ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ແລະ​ການ​ປ່ຽນ​ແປງ​ດ້ານ​​ອຸດ​ສາ​ຫະ​ກຳ​ຢ່າງ​ເລິກ​ເຊິ່ງ, ເຕັກ​ນິກວິ​ທະ​ຍາ​ສາດ​ການ​ບິນ​​ພວມ​ປະ​ເຊີນ​​ກັບ​ກາ​ລະໂອ​ກາດ​ການ​ພັດ​ທະ​ນາ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ການ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ການ​ບິນ​​ທົ່ວ​ໂລກ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ແລະ​ກໍ່​ມີ​ອະ​ນາ​ຄົດ​ທີ່ກວ້າງ​​ຂວາງ​ທີ່​ສຸດ. ຫວັງ​ວ່າກອງ​ປະ​ຊຸມ​ຄັ້ງ​ນີ້ ​ຈະເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ການ​ບິນທົ່ວ​ໂລກ, ​ເພື່ອສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຫຼາຍກວ່າ​ເກົ່າ.

ວັນ​ທີ 6 ກັນ​ຍາ​ນີ້, ​ກອງ​ປ​ະ​ຊຸມ​ວິ​ທະ​ຍາ​ສາດ​ການ​ບິນສາ​ກົນ​ຄັ້ງ​ທີ 32 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ, ໂດຍ​ມີ​ສະ​ພາ​ວິ​ທະ​ຍາ​ສາດ​ການ​ບິນ​ສາ​ກົນ​ເປັນ​ເຈົ້າ​ພາບ, ສະ​ມາ​ຄົມ​ການ​ບິນ​ຈີນ​ເປັນ​ຝ່າຍ​ປະ​ຕິ​ບັດ​ງານ.