ທ່ານ​ສີ​ຈິ້ນ​ຜີງ​ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ສ້າງ​ຕັ້ງ​ສູນ​​ຄົ້ນ​ຄວ້າ​ບິກ​ດາ​ຕາ​ສາ​ກົນ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

2021-09-07 18:27:41 |ມາຈາກ: CRI

ວັນ​ທີ 6 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ບິກ​ດາ​ຕາ​ສາ​ກົນ​ເພື່ອການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທັງ​ເປັນ​ພິ​ທີ​ໄຂ​​ເວ​ທີ​ປືກ​ສາ​ຫາ​ລື​ກ່ຽວ​ກັບ​ບິກ​ດາ​ຕາ​ສາ​ກົນ​ເພື່ອ​ການ​ພັດ​ທະ​ນ​ແບບ​ຍືນ​ຍົງ​ປີ 2021 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ສ້າງ​ຕັ້ງ​ສູນ​​ຄົ້ນ​ຄວ້າ​ບິກ​ດາ​ຕາ​ສາ​ກົນ​ເພື່ອການ​ພັດ​ທະ​ນາ​ແບບ​ຍືນ​ຍົງແລະ​ເວ​ທີ​ປືກ​ສາ​ຫາ​ລື​ບິກ​ດາ​ຕາ​ສາ​ກົນ​ເພື່ອ​ການ​ພັດ​ທະ​ນ​ແບບ​ຍືນ​ຍົງ​ປີ 2021.

ທ່ານ​ສີ​ຈິ້ນ​ຜີງ​​ໄດ້​ກ່າວ​ເນັ້ນ​ວ່າ: ປັດ​ຈຸ​ບັນ​ນີ້, ທົ່ວ​ໂລກພວມ​ປະ​ເຊີນ​ກັບ​ຜົນ​ກະ​ທົບ​ອັນ​ໃຫຍ່​ຫຼວງ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ-19 , ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກນິກວິ​ທະ​ຍາ​ສາດ​ແລະ​ການ​ນຳ​ໃຊ້​ບິກ​ດາຕາ​ຈະ​ມີ​ຜົນ​ດີ​ຕໍ່​ກາ​ນ​ຊຸກ​ຍູ້​ໃຫ້​ປະ​ຊາ​ຄົມ​ໂລກ​ສາ​ມາດ​ຜ່ານ​ຜ່​າ​ຄວາມ​ຫຍຸ້ງ​ຍາກ, ຈັດ​ຕັ້ງປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ຂອບ​ເຂດທົ່ວ​ໂລກ.

ທ່ານ​ສີ​ຈິ້ນ​ຜີ​ງຍັງ​ໄດ້​ກ່າວ​ເນັ້ນ​ວ່າ, ຫວັງ​ວ່າ​ຝ່າຍ​ຕ່າງໆ​ຈະ​ນຳ​ໃຊ້​ສູນ​​ຄົ້ນ​ຄວ້າບິກ​ດາ​ຕາ​ສາ​ກົນ​ເພື່ອການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ຢ່າງ​ເຕັມ​ທີ, ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ດ້ວຍ​ການ​ນຳ​ໃຊ້​ບິກ​ດາ​ຕາ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ພະ​ຍາ​ຍາມ​ຮ່ວມ​ກັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກາ​ນຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.