ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​​ທ່ານ​ນາງ​ແອັນ​ເຈີ​ລາ ​ເມີ​ເຄວນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ

2021-09-13 19:09:25 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 10 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາງ​ແອັນ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ສາຍ​ພົວ​ພັນ​ຈີນ-ເຢຍ​ລະ​ມັນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ໄປ​ດ້ວຍ​ດີ​ໂດຍ​ລວມ, ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ມີ​ຄວາມ​ເຂັ້ມ​ແຂງ​ຢ່າງ​ໃຫຍ່ຫຼວງ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19. ຈີນ-ເຢຍ​ລະ​ມັນ​ໄດ້​ຊຸກ​ຍູ້​ຈີນ-ສະ​ຫະ​ພາບ​ເອີ​ຣົບ​ດຳ​ເນີນການ​ເຈ​ລະ​ຈາ​ສັນ​ຍາ​ການ​ລົງ​ທຶນ​ໃຫ້​ສຳ​ເລັດ​ຕາມ​ເວ​ລາ​ກຳ​ນົດ, ຮ່ວມ​ກັນ​ສົ່ງ​ເສີມ​ລັດ​ທິຫຼາຍ​ຝ່າຍ, ຕັ້ງ​ໜ້າ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຮ່ວມ​ມື​ກັນ​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ. ຫວັງ​ວ່າ ເຢຍ​ລະ​ມັນ​ຈະ​ຊຸກ​ຍູ້​ສະ​ຫະ​ພາບ​ເອີ​ຣົບ​ຍຶດ​ໝັ້ນ​ໃນ​ນະ​ໂຍ​ບາຍ​ອັນ​ຖືກ​ຕ້ອງ​ທີ່​ມີ​ຕໍ່​ປະ​ເທດ​ຈີນ, ປະ​ຕິ​ບັດ​ຕໍ່​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ຢ່າງ​ພາ​ວະ​ວິ​ໄສ, ແກ້​ໄຂ​ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-​ສະ​ຫະ​ພາບເອີ​ຣົບ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ແລະ​ຕໍ່​ເນື່ອງ.

ທ່ານ​ນາງ​ເມີ​ເຄວ​ຢືນ​ຢັນ​ວ່າ: ​ການ​ຂະ​ຫຍາຍ​ຕົວ​ຂອງ​ສາຍ​ພົວພັນ​ເຢຍ​ລະ​ມັນ-​ຈີນ​ແລະ​ສາຍ​ພົວ​ພັນ​ສະ​ຫະ​ພາບເອີ​ຣົບ-ຈີນໃນຊຸມ​ປີ​ຜ່ານ​ມາມີຫຼາຍ​ສິ່ງ​ທີ່​ເປັນ​ໜ້າ​ຖອດ​ຖອນ​ເປັນ​ບົດ​ຮຽນ​, ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັນ​ກັບ​ຝ່າຍ​ຈີນ​ຮັກ​ສາ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ໃກ້​ຊິດ, ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ຊຸກ​ຍູ້​ສອງ​ຝ່າຍ​ເຢຍ​ລະ​ມັນ-ຈີນ, ​ສະ​ຫະ​ພາບເອີ​ຣົບ-ຈີນ​ສຸມ​ກຳ​ລົງ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ​ດ້ວຍ​ການ​ສົນ​ທະ​ນາ​ກັນ, ແກ້​ໄຂ​ຄວ​າມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ​ໃຫ້​ເໝາະ​ສົມ. ສັນ​ຍາ​ການ​ລົງ​ທຶນສ​ະ​ຫະ​ພາບ​ເອີ​ຣົບ-ຈີນ​ເວົ້າ​ສຳ​ລັບ​ທັງ​ສອງ​ຝ່າຍ​ສະ​ຫະ​ພາບ​ເອີ​ຣົບ-ຈີນ​ແລ້ວ​ເປັນ​ສັນ​ຍາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຫວັງ​ວ່າ​ສັນ​ຍາ​ສະ​ບັບ​ນີ້​ຈະ​ໄດ້​ຮັບ​ການ​ອະ​ນຸ​ມັດ​ໃຫ້​ເກີດ​ມີ​ຜົນ​ສັກ​ສິດ​ໂດຍ​ໄວ.