ທ່ານ ສີ​ຈິ້ນ​ຜິງ ສະ​ເໜີຄວາມ​ເຫັນ 3 ຂໍ້​ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນີ​ສະ​ຖານ

2021-09-18 19:26:52 |ມາຈາກ: CRI

ຕອນ​ບ່າຍ​ວັນ​ທີ 17 ກັນ​ຍານີ້ ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທ​ດ​ຈີນ ໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດ​ຍອດ​ປະ​ສົມ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ແລະ ອົງ​ການ​ສົນ​ທິ​ສັນ​ຍາ​ຄວາມ​ໝັ້ນ​ຄົງ​ລວມ​ໝູ່ ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນີ​ສະ​ຖານ ໃນ​ຮູບ​ແບບ​ຜ່ານ​ທາງວິ​ດີ​ໂອ.

ທີ່​ປະ​ຊຸມ, ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ເໜີ​ຄວາມ​ເຫັນ 3 ຂໍ້​ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນີ​ສະ​ຖານ, ຄື:

ຂໍ້​ທີ​ໜຶ່ງ, ຄວນຊຸກ​ຍູ້​ສະ​ພາບ​ການ​​ຢູ່ອັ​ຟ​ກາ​ນີ​ສະ​ຖານ​ໃຫ້​ສາ​ມາດ​ຂ້າມ​ຜ່ານ​​ໄດ້ຢ່າງ​ໝັ້ນ​ທ່ຽງ​ໂດຍ​ໄວ, ສະ​ໜັບ​ສະ​ໜູນ​ບັນ​ດາ​ຝ່າຍ​ພາຍ​ໃນ​ປະ​ເທດ​ອັ​ຟ​ກາ​ນີ​ສະ​ຖານ ໃຫ້​ບັນ​ລຸ​ແຜນ​ການ​ການ​ເມືອງ​ທີ່​ປະ​ກອບ​ດ້ວຍຫຼາຍ​ຝ່າຍ​ໂດຍ​ໄວ ໂດຍ​ຜ່ານ​ການ​ເຈ​ລະ​ຈາ ແລະ ການ​ປຶກ​ສາ​ຫາ​ລື​ກັນ;

ຂໍ້​ທີ​ສອງ, ​ຄວນຕິດ​ຕໍ່​ພົວ​​ພັນ ແລະ ສົນ​ທະ​ນາ​ກັບ​ອັ​ຟ​ກາ​ນີ​ສະ​ຖານ ແລະ ແລກ​ປ່ຽນຄວາມ​ຄິດ​ເຫັນ​ກັບ​ບັນ​ດາ​ຝ່າຍ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ ໂດຍ​ເລີ່ມ​ຈາກ​ແງ່​ມູມ​ທີ່​ມີ​ສະ​ຕິ​ສຳ​ປະ​ຊັນ​ຍະ ແລະ ແທດ​ເໝາະ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ ເພື່ອ​ຊັກ​ນຳ ແລະ ຊຸ​ກ​ຍູ້​ໃຫ້​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ໃໝ່​ຂອງ​ອັ​ຟ​ກາ​ນີ​ສະ​ຖານ ມີ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ມີ​ຄວາມ​ເປີດ​ໃຈ​ຍອມ​ຮັບຫຼາຍກວ່າ​ເກົ່າ ທັງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕໍ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ທີ່​ອ່ອນ​ໂຍນ ແລະ ໜັກ​ແໜ້ນ.