ໃນ​ໄລ​ຍະ​ພັກບຸນ​ໄຫວ້​ພະ​ຈັນ​​ປີນີ້ ຈຳ​ນວນຊາວ​ຈີນ​ທີ່​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ​ມີຫຼາຍກວ່າ88,15ລ້ານ​ເທື່ອ​ຄົນ

2021-09-22 18:25:27 |ມາຈາກ: CRI

​ວັນ​ທີ21ກັນ​ຍານີ້,ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ:ຕາມ​ການ​ຄາດ​ຄະ​ເນ​ຂອງ​ສູນ​ຕົວ​ເລກ​ຂໍ້​ມູນ​ຂອງ​ຕົນ, ໃນ​ໄລ​ຍະ​ພັກ​ບຸນ​ໄຫວ້​ພະ​ຈັນ​ສາມ​ວັນ​ປີນີ້, ຈຳ​ນວນ​ຊາວ​ຈີນ​ທີ່​ອອກ​ໄປ​ທ່ຽວ​ຫຼິ້ນ​ຢູ່​ພາຍ​ໃນ​ປະ​ເທດ​ມີ​ເຖິງ88.159.300​ເທື່ອ​ຄົນ ເຊິ່ງສາ​ມາດ​ຟື້ນ​ຄືນໄດ້87,2%​ຂອງ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໃນ​ບຸນ​ໄຫວ້​ພະ​ຈັນ​ປີ2019,ໄດ້​ສ້າງ​ລາຍ​ຮັບດ້ານ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 37,149ຕື້ຢວນ ເຊິ່ງ​ສາ​ມາດ​ຟື້ນ​ຄືນ​ໄດ້ 78,6%​ຂອງ​ລາຍ​ຮັບໃນ​ບຸນ​ໄຫວ້​ພະ​ຈັນ​​ປີ2019.

ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວຍັງກ່າວ​ເນັ້ນ​ໜັກ​ວ່າ:ປັດ​ຈຸ​ບັນ​ຕ້ອງ​ໃຊ້​ມາດ​ຕະ​ການ​ຢ່າງ​ເຂັ້ມ​ງວດ​ເພື່ອປ້ອງ​ກັນ​ບໍ່​ໃຫ້​​ມີ​ຜູ້​ຕະ​ດ​ເຊື້ອ​ພະ​ຍາດຊາວ​ຕ່​າງ​ປະ​ເທດ​ເຂົ້າ​ມາ​ແຜ່​ລະ​ບາດ​ຢູ່​ພາຍ​ໃນ​ປະ​ເທດ​,ຈິ່ງບໍ່​ທັນ​ໄດ້​ອະ​ນຸ​ຍາດ​ໃຫ້ບໍ​ລິ​ສັດ​ທ່ອງ​ທ່ຽວ​ແລະ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ອອນ​ລາຍ​ນຳ​ນັກ​ທ່ອງ​ທ່ຽວ​ເຂົ້າ​ອອກ​ດ່ານ​ໄດ້​ເທື່ອ. ​ໃນຂະ​ນະ​ດຽວ​ກັນ ອົງ​ການ​ເຮັດ​ທຸ​ລະ​ກິດ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ການ​ທ່ອງ​ທ່ຽວ​​ຢູ່ແຫ່ງ​ຕ່າງໆ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​​ມາດ​ຕະ​ການທີ່​ຈຳ​ກັດ​ຈຳ​ນວນ​ຄົນ,​ນັດຊື້​ປີ້​ລ່ວງ​ໜ້າ​ແລະ​​ກຳ​ນົດເວ​ລາ​ທ່ອງ​ທ່ຽວ​ຢູ່​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ​ຢ່າງ​ເຂັ້ມ​ງ​ວດ, ສະ​ຖານ​ທີ່​ທ່ອງ​ທ່ຽວຕ້ອງ​ຄວບ​ຄຸມ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຢ່າງ​ສົມ​ເຫດ​ສົມ​ຜົນ,ປະ​ຕິ​ບັດ​ລະ​ບຽບ​ການ​ນັດ​​ຊື້​ປີ້​ລ່ວງ​ໜ້າທາງ​ເນັດ,ເພື່ອ​ສາ​ມາດ​ຕິດ​ຕາມແລະ​ຮູ້​ຂໍ້​ມູນ​ຂອງຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໄດ້.