ສະຖານີໄຟຟ້າພະລັງງານນໍ້າອູດົງເຕີໄດ້ປ່ອຍປາຫາຍາກເກືອບ 1,1 ລ້ານໂຕລົງສູ່ແມ່ນໍ້າຈີນຊາ

2021-09-23 18:44:50 |ມາຈາກ:

ໃນວັນທີ 20 ເດືອນກັນຍາ, ປາຫາຍາກ 250.000 ໂຕ ໄດ້ຖືກປ່ອຍລົງສູ່ແມ່ນໍ້າຈີນຊາໃນບໍລິເວນຂອງສະຖານີໄຟຟ້າພະລັງງານນໍ້າອູດົງເຕີ.

ເພື່ອປົກປັກຮັກສາແຫຼ່ງພັນປາທີ່ຫາຍາກ ແລະ ເປັນເອກະລັກ ທີ່ອາໄສຢູ່ໃນເຂດລຸ່ມນ້ຳຂອງແມ່ນໍ້າຈີນຊາ, ກຸ່ມ ບໍລິສັດ ຊານເຊຍໄດ້ສ້າງ ສະຖານີເພາະພັນປາທີ່ຫາຍາກ ແລະ ເປັນເອກະລັກຢູ່ເຂດລຸ່ມນ້ຳຂອງບໍລິເວນເຂື່ອນໄຟຟ້າພະລັງງານນໍ້າອູດົງເຕີ, ສ່ວນໃຫຍ່ແມ່ນເພື່ອເກັບກໍາ, ເພາະລ້ຽງ, ປັບປຸງພັນປາທີ່ຫາຍາກແລະເປັນເອກະລັກຢູ່ໃນອ່າງແມ່ນໍ້າຈີນຊາ, ກໍ່ຕັ້ງ ແລະ ປັບປຸງ ລະບົບເຕັກນິກການເພາະພັນປາທີ່ຫາຍາກແລະເປັນເອກະລັກຢູ່ໃນອ່າງແມ່ນໍ້າຈີນຊາ.

ມາຮອດປັດຈຸບັນ, ກຸ່ມບໍລິສັດ ຊານເຊຍ ໄດ້ປ່ອຍປາທີ່ຫາຍາກ ແລະ ໃກ້ຈະສູນພັນເກືອບ 1.1 ລ້ານໂຕຢູ່ເຂດແມ່ນໍ້ານີ້.

ນັກຂ່າວ ຫຼີຈີຫົງ ວັງພູ