ເລີ່ມເຜີຍແຜ່ໂປສເຕີໂຄສະນາງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022

2021-09-23 18:47:05 |ມາຈາກ: CRI

ວັນທີ 22 ກັນຍານີ້, ໂປສເຕີໂຄສະນາກ່ຽວກັບງານກິລາໂອລິມປິກລະດູ

ໜາວແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ໄດ້ຖືກເຜີຍແຜ່ຢ່າງເປັນທາງການ. ໂປສເຕີໂຄສະນາຂອງງານກິລາໂອລິມປິກແມ່ນຊ່ອງທາງທີ່ເຜີຍແຜ່ວັດທະນະທຳຂອງປະເທດເຈົ້າພາບ, ສະນັ້ນຈຶ່ງໄດ້ຮັບຄວາມເອົາໃຈໃສ່ສູງທີ່ສຸດຈາກປະເທດເຈົ້າພາບໃນທຸກສະໄໝທີ່ຜ່ານມາ. ໂປສເຕີຂອງານກິລາໂອລິມປິກປັກກິ່ງຄັ້ງນີ້ໄດ້ກວມເອົາໂປສເຕີທາງການແລະໂປສເຕີໂຄສະນາ.

ໂປສເຕີທາງການໄດ້ອອກແບບສຳເລັດໃນເດືອນກໍລະກົດປີ 2020 ໂດຍຄະນະຈັດງານກິລາໂອລິມປິກລະດູໜາວປັກກິ່ງ, ລວມມີ 3 ຊຸດແລະ 6 ຮູບພາບ.


ໂປສເຕີໂຄສະນາລວມມີ 11ຮູບພາບ, ລ້ວນແຕ່ໄດ້ເອົາສັນຍາລັກຂອງກິລາເປັນຫຼັກ,ແລະເຊື່ອມໂຍງເຂົ້າກັບວັດທະນະທຳຢ່າງກົມກຽວ, ເຊິ່ງມີທັງກິລາໂອລິມປິກລະດູໜາວ, ວັດທະນະທຳຈີນ, ໂສມໜ້າຂອງຕົວເມືອງ, ກິລາຫິມະແລະນໍ້າກ້າມເປັນຕົ້ນ.