ສະຖານີຜູ້ໂດຍສານ 11 ແຫ່ງຢູ່ໃນສ່ວນພາຍໃນ ເສັ້ນທາງລົດໄຟລາວ-ຈີນຈະສ້າງສຳເລັດໃນທ້າຍເດືອນຕຸລາປີນີ້

2021-09-26 18:03:08 |ມາຈາກ:

ເມື່ອບໍ່ດົນມານີ້, ນັກຂ່າວໄດ້ຮັບຮູ້ຈາກກົມຄຸນໝິງລົດໄຟຈີນວ່າ, ການຕົບແຕ່ງສ້ອມແປງສະຖານີຜູ້ໂດຍສານ 11 ແຫ່ງຢູ່ໃນສ່ວນພາຍໃນເສັ້ນທາງລົດໄຟລາວ-ຈີນໃກ້ຈະສິ້ນສຸດແລ້ວ, ເຊິ່ງຈະສໍາເລັດໃນທ້າຍເດືອນຕຸລາປີນີ້ ແລະ ມີເງື່ອນໄຂພ້ອມໃນການເປີດໃຫ້ບໍລິການ. ສ່ວນພາຍໃນເສັ້ນທາງລົດໄຟລາວ-ຈີນຈາກ ຢູ້ຊີ ຫາ ບໍ່ຫານ (ສາຍຢູ້ບໍ່) ມີຄວາມຍາວທັງໝົດ 508,53 ກິໂລແມັດ, ຄວາມໄວທີ່ອອກແບບ 160 ກິໂລແມັດຕໍ່ຊົ່ວໂມງ, ແລະມີສະຖານີໃນເສັ້ນທາງນີ້ທັງໝົດ 11 ແຫ່ງ. ສະຖານີຜູ້ໂດຍສານທັງໝົດ 11 ແຫ່ງໄດ້ຖືກອອກແບບໂດຍສະແດງໃຫ້ເຫັນເຖິງຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າໃນທ້ອງຖິ່ນ.

ມາຈາກ ເວັບໄຊຢຸນນານ
ນັກຂ່າວ ຫູຊຽວລົງ ຈ່າງເວີຍມິງ ເຫີຊືຢວນ