ອັດຕາການປົກຄຸມຂອງທາງລົດໄຟຄວາມໄວສູງຂອງຈີນໃນຕົວເມືອງທີ່ມີປະຊາກອນຫຼາຍກວ່າໜຶ່ງລ້ານຄົນກາຍ 95%

2021-09-27 18:49:12 |ມາຈາກ:

ອີງຕາມຂໍ້ມູນ, ອັດຕາການປົກຄຸມຂອງລົດໄຟຄວາມໄວສູງຂອງຈີນໃນຕົວເມືອງທີ່ມີປະຊາກອນຫຼາຍກວ່າໜຶ່ງລ້ານຄົນມີກາຍກວ່າ 95%, ອັດຕາການປົກຄຸມຂອງທາງດ່ວນຂອງຈີນໃນຕົວເມືອງທີ່ມີປະຊາກອນຫຼາຍກວ່າ 2 ແສນຄົນມີກາຍກວ່າ 98%.ຮອດທ້າຍປີ 2020, ໄລຍະທາງຂອງເສັ້ນທາງລົດໄຟຄວາມໄວສູງຂອງຈີນບັນລຸເຖິງ 37.900 ກິໂລແມັດ, ກວມເອົາ 69% ຂອງໄລຍະທາງເສັ້ນທາງລົດໄຟຄວາມໄວສູງໃນທົ່ວໂລກ. ໃນນັ້ນ, ໄລຍະທາງຂອງລົດໄຟຄວາມໄວສູງທີ່ແລ່ນໄດ້ 300-350 ກິໂລແມັດຕໍ່ຊົ່ວໂມງແມ່ນ 13.700 ກິໂລແມັດ; ໄລຍະທາງຂອງລົດໄຟຄວາມໄວສູງທີ່ແລ່ນໄດ້ 200-250 ກິໂລແມັດຕໍ່ຊົ່ວໂມງມີ 24.200 ກິໂລແມັດ.