ເມືອງຄຸນໝິງຖືກບັນຈຸເປັນເມືອງຂະໜາດໃຫຍ່

2021-09-27 18:51:47 |ມາຈາກ:

ອີງຕາມການແນະນຳຂອງກົມສະຖິຕິແຫ່ງຊາດ, ເມືອງທີ່ມີພົນລະເມືອງຢູ່ຕະຫຼອດຫຼາຍກວ່າ 10 ລ້ານຄົນແມ່ນນະຄອນຂະໜາດໃຫຍ່, ແລະ ເມືອງທີ່ມີພົນລະເມືອງຢູ່ຕະຫຼອດກາຍ 5 ລ້ານຄົນແລະບໍ່ຮອດ 10 ລ້ານຄົນແມ່ນໂຕເມືອງຂະໜາດໃຫຍ່. ອີງຕາມຂໍ້ມູນການສຳຫຼວດພົນລະເມືອງຈີນຄັ້ງທີ 7 ໃນວັນທີ 1 ພະຈິກ 2020, ຢູ່ຈີນມີ 7 ນະຄອນຂະໜາດໃຫຍ່ ຄື ຊຽງໄຮ້, ປັກກິ່ງ, ຈົງຊິງ, ກວາງໂຈ, ເຊິນເຈີ້ນ, ທຽນຈິນ ແລະ ເສິງຕູ. ມີ 14 ເມືອງຂະໜາດໃຫຍ່ ຄື ຕົງກວນ, ອູຮ້ານ, ຫາງໂຈວ, ຫນານຈີງ, ເຈິ້ງໂຈວ, ຊີ່ອານ,ຈີນານ, ເຊີນຢາງ, ຊິງຕາວ, ໂຟຊານ, ສາງຊາ, ຮາບີນ, ຄຸນໝິງ, ຕ້າຫຼຽນ.