ເຮືອບິນບັນທຸກຄົນແບບຂັບອັດຕະໂນມັດໄດ້ເປີດຕົວຢູ່ເມືອງຈູໄຫ

2021-09-29 16:11:43 |ມາຈາກ:

ວັນທີ 27 ກັນຍານີ້, ເຮືອບິນບັນທຸກຄົນແບບຂັບອັດຕະໂນມັດ "ຢີຫາງອັດສະລິຍະ VT-30" ທີ່ອອກແບບສຳລັບການຈະລາຈອນທາງອາກາດລະຫວ່າງຕົວເມືອງໄດ້ເປີດຕົວຢູ່ເມືອງຈູໄຫ. ເຮືອບິນນີ້ນຳໃຊ້ໂຄງສ້າງປີກເຮືອບິນແບບປະກອບ ແລະ ສາມາດຮອງຮັບຜູ້ໂດຍສານ 2 ຄົນ. ອີງຕາມການແນະນຳ ໄດ້ຮູ້ວ່າ, ເຮືອບິນນີ້ມີການອອກແບບໄລຍະທາງການບິນໄກເຖິງ 300 ກິໂລແມັດ, ແລະ ສາມາດບິນຕໍ່ເນື່ອງໄດ້ເຖິງ 100 ນາທີ.

ມາຈາກ ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ ຫຼິວຕ້າເວີຍ