ໂຄງການສະໜອງໄຟຟ້າພາຍນອກຂອງທາງລົດໄຟລາວ-ຈີນໄດ້ເລີ່ມດຳເນີິນການແລ້ວ

2021-09-29 16:13:25 |ມາຈາກ:

ເວລາ 17:51 ໂມງຂອງວັນທີ 26 ກັນຍາ ຕາມເວລາໃນປະເທດລາວ, ສະຖານີຈ່າຍໄຟຟ້າຍ່ອຍໂຄກສະອາດໄດ້ສົ່ງໄຟຟ້າໄປສະຖານີສະຫນອງໄຟຟ້າສຳລັບລົດໄຟນະຄອນຫຼວງວຽງຈັນໃຕ້ຂອງເສັ້ນທາງລົດໄຟລາວ-ຈີນ ຢ່າງສຳເລັດຜົນ. ມາຮອດປະຈຸບັນ, ໂຄງການສະໜອງໄຟຟ້າພາຍນອກຂອງທາງລົດໄຟລາວ-ຈີນໄດ້ສຳເລັດການສົ່ງໄຟຟ້າ ແລະ ດຳເນີນການແລ້ວ.

ໂຄງການດັ່ງກ່າວແມ່ນໂຄງການ BOT (Build-Operate-Transfer) ດ້ານຕາຂ່າຍໄຟຟ້າແຫ່ງທໍາອິດໃນລາວ, ສະໜອງການສະໜັບສະໜູນດ້ານພະລັງງານໄຟຟ້າເຂົ້າໃນການນຳໃຊ້ ແລະ ການດໍາເນີນການກໍ່ສ້າງທາງລົດໄຟລາວ-ຈີນ.

ໃນເດືອນ ເມສາ ປີ 2019, ໂຄງການດັ່ງກ່າວໄດ້ດຳເນີນການເຊັນສັນຍາລະຫວ່າງຜູ້ຖືຫຸ້ນ, ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ ຢຸນນານສາກົນ ແລະ ລັດວິສາຫະກິດໄຟຟ້າລາວ (EDL) ໄດ້ຮ່ວມກັນສ້າງຕັ້ງບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນ, ບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນຮັບຜິດຊອບໃນການລົງທຶນ, ການກໍ່ສ້າງ, ການດໍາເນີນການແລະການຮັກສາ.

ໂຄງການສະໜອງໄຟຟ້າພາຍນອກຂອງທາງລົດໄຟລາວ-ຈີນໄດ້ເລີ່ມການກໍ່ສ້າງ ຢ່າງເປັນທາງການໃນວັນທີ 30 ທັນວາ 2019 ,ແລະ ສຳ ເລັດໃນວັນທີ 31 ມີນາ 2021 ແລະ ເລີ່່ມດຳເນີນການຢ່າງເປັນທາງການໃນວັນທີ 22 ກໍລະກົດປີນີ້.

ມາຈາກ ຫນັງສືພິມລາຍວັນຢຸນນານ

ນັກຂ່າວ ວັງຫວານ ຫຼົວຈືນຊາວ