ການ​ລົງ​ທຶນໂດຍ​ກົງ​ຂອງ​ຈີນ​ຢູ່​ຕ່າງ​ປະ​ເທດ​ ​ໃນ​ປີ 2020 ບັນ​ລຸເຖິງ 153,71 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 12,3% ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້

2021-09-29 17:25:27 |ມາຈາກ: CRI

ວັນ​ທີ 29 ກັນ​ຍາ​ນີ້, ກະ​ຊວງ​ການ​ຄ້າ​, ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ແລະ​ກົມ​ຄວ​ບ​ຄຸມ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ ​ໄດ້ຮ່ວມ​ກັນ​ປະ​ກາດ “​ຕົວ​ເລກສະ​ຖິ​ຕິ​ການ​ລົງ​ທຶນ​ໂດຍກົງ​ຂອງ​ຈີນ​ຢູ່​ຕ່າງ​ປະ​ເທດ​ປະ​ຈຳປີ 2020” ຢ່າງ​ເປັນ​ທາງ​ການ.

ຕົວ​ເລກ​ສະ​ຖິ​ຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ 2020, ການ​ລົງ​ທຶນໂດຍ​ກົງ​ຂອງ​ຈີນ​ຢູ່​ຕ່າງ​ປະ​ເທດ​​ໄດ້​ບັນ​ລຸ​ເຖິງ 153,71 ຕື້ໂດ​ລາ, ເພີ່ມ​ຂຶ້ນ 12,3% ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້.

ນັບ​ມາ​ຮອດ​ທ້າຍ​ປີ 2020, ວິ​ສາ​ຫະ​ກິດ​ລົງ​ທຶນ​ຂອງ​ຈີນ 28.000 ແຫ່ງ ໄດ້​ສ້າງຕັ້ງ​ວິ​ສາ​ຫະ​ກິດ​ການ​ລົງ​ທຶນ​ໂດຍ​ກົງ​ຢູ່​ຕ່າງ​ປະ​ເທດ​ 45.000 ແຫ່ງ​ໃນ 189 ປະ​ເທດ​ແລະ​ເຂດ​ແຄ້ວນ​ໃນ​ທົ່ວ​ໂລກ, ປະ​ເທດ​ແລະ​ເຂດ​ແຄວ້ນ​ຫຼາຍກວ່າ 80% ​ໃນ​ທົ່ວ​ໂລກ​ກໍ່​ມີ​ການ​ລົງ​ທຶນ​ຂອງ​ຈີນ, ​ຮອດ​ທ້າຍ​ປີ 2020, ຍອດ​ມູນ​ຄ່າ​ຊັບ​ສິນ​ຂອງວິ​ສາ​ຫະ​ກິດ​ຈີນ​ທີ່​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດມີ​ເຖິງ 7.900 ຕື້ໂດ​ລາ​ສະ​ຫະ​ລັດ. ໃນ​ນັ້ນ, ​ວິ​ສາ​ຫະ​ກິດ​ຢູ່​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ມີຫຼາຍກວ່າ 1.1000 ແຫ່ງ, ໃນ​ປີ 2020, ​ຈີນໄດ້​ບັນ​ລຸ​ການ​ລົງ​ທຶນ​ໂດຍ​ກົງ​ຢູ່​ຕ່າງ​ປະ​ເທດ​ເຖິງ 22,54 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 20,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽ​ວ​ກັນ​ຂອງ​ປີ​ກາຍ​ນີ້, ແຕ່​ປີ 2013 ຫາ​ປີ 2020, ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຈີນ​ຢູ່​ປະ​ເທດ​ລຽບ​ຕາມ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ມີ​ເຖິງ 139,85 ຕື້​ໂດ​ລາ​ສະ​ຫະ​ລັດ.