ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ວ່າ ຈີນ​ຕ້ອງ​ເລັ່ງ​ສ້າງ​ສູນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ສຳ​ຄັນ​ແລະ​ຈຸດ​ຍຸດ​ທະ​ສາດ​ດ້ານ​ການ​ປະ​ດິດ​ສ້າງ​ຂອງ​ໂລກ

2021-09-29 17:32:46 |ມາຈາກ: CRI

ກອງ​ປະ​ຊຸມ​ວຽກ​ງານ​ກ່ຽວ​ກັບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂັ້ນ​ສູນ​ກາງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່ນ​ະ​ຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 27-28 ກັນ​ຍາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄ​ະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ເນັ້ນ​ວ່າ: ຕ້ອງ​ຍຶດ​ໝັ້ນ​​ການ​ທີ່ໃຫ້​ພັກ​ຄຸ້ມ​ຄອງ​​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ຍຶດ​ໝັ້ນ​ທິດ​ທາງ​ຫັນ​ໜ້າ​ສູ່ເຕັກ​ນິກວິ​ທະ​ຍາ​ສາດ​ແຖວ​ໜ້າ​​​ຂອງໂລກ,ຫັນ​ໜ້າ​ສູ່ສະ​ໜາມ​ຮົບ​ຕົ້ນ​ຕໍ​ດ້ານ​ເສດ​ຖະ​ກິດ, ຫັນ​ໜ້າ​ສູ່​​ຊີ​ວິດ​ແລະສຸ​ຂະ​ພາບຂອງ​ປະ​ຊາ​ຊົນ, ລົງ​ເລິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ຍຸກ​ໃໝ່, ເລັ່ງ​ສ້າງ​ສູນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ສຳ​ຄັນ​ແລະ​ຈຸດ​ຍຸດ​ທະ​ສາດ​ດ້ານ​ການ​ປະ​ດິດ​ສ້າງ​ຂອງ​ໂລກ.

ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​​ວ່າ: ເປົ້າ​ໝາຍ​ໃນ​ການເລັ່ງ​ສ້າງ​ສູນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ສຳ​ຄັນ​ແລະ​ຈຸດ​ຍຸດ​ທະ​ສາດ​ດ້ານ​ການ​ປະ​ດິດ​ສ້າງ​ຂອງ​ໂລກ​ກໍຄື: ເມື່ອ​ຮອດ​ປີ2025, ທົ່ວ​ສັງ​ຄົມ​ຕ້ອງ​ທຸ້ມ​ເທ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​​ໃຫ້ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ​ກໍ່​ສ້າງ​ຖັນ​ແຖວ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ປະ​ດິດ​ສ້າງ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ, ເຕົ້າ​ໂຮມ​ນັກ​ວິ​ທະ​ຍາ​ສາດ​ຂັ້ນ​ສຸດ​ຍອດ​​ໃຫ້​ເພີ່ມ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ, ​ຄວາມ​ສາ​ມາດ​ໃນ​ການ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ໄດ້ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ໃນ​ຂົງ​ເຂດ​ເຕັກ​ນິກ​ແກນ​ກາງ​ທີ່​ສຳ​ຄັນ​ຕ້ອງ​ມີ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ທາງ​ຍຸດ​ທະ​ສາດ, ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ທີມ​ງານ​ປະ​​ດິດ​ສ້າງ​ທີ່​ເປັນ​ຜູ້​ນຳ​ໜ້າ​ໃນ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ແຖວ​ໜ້າເປັນ​ຈຳ​ນວນຫຼວງຫຼາຍ. ເມື່ອ​ຮອດ​ປີ2030, ລະ​ບົບ​ລະ​ບຽບ​ການກ່​ຽວ​ກັບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​​ທີ່​ສອດ​ຄ່ອງ​ກັບ​ການ​ພັດ​ທະ​ນາ​ດ້ວ​ຍ​ຄຸນ​ນະ​ພາບ​ສູງ​ໄດ້​ສ້າງ​ຂຶ້ນ​ໂດຍ​ພື້ນ​ຖານ, ​ຄວາມ​ສາ​ມາດ​ໃນ​ການ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ, ຄວາມ​ສາ​ມາດໃນ​ການດຶງ​ດູດ​​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ດີ​ເດັ່ນ​ຂອງ​ໂລກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ໃນ​ຂົງ​ເຂດ​ເຕັກ​ນິກວິ​ທະ​ຍາ​ສາດ​ສຳ​ຄັນ​ມີ​ຜູ້​ນຳ​ໜ້າ​ຈຳ​ນວນ​ໜຶ່ງ, ໃນ​ຂົງ​ເຂດເຕັກ​ນິກວິ​ທະ​ຍາ​ສາດ​ທີ່​ຈະ​ເລີນ​ໃໝ່, ວິ​ທະ​ຍາ​ສາດ​​ທີ່​ລ້ຳ​ໜ້າ​ຂ້າມ​ຂອບ​ເຂດ ​ມີ​ຜູ້​ບຸກ​ເບີກ​ຈຳ​ນວນ​ໜຶ່ງ, ເມື່ອ​ຮອດ​ປີ2035, ຈີນ​ຕ້ອງ​ມີ​ທ່າ​ແຮງ​ທຽບ​ຖານໃນ​ການ​ແຂ່ງ​ຂັນ​ດ້ານ​​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນຫຼາຍ​ຂົງ​ເຂດ, ກຳ​ລັງ​ສັງ​ລວມ​​ແຫ່ງ​ຊາດ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ທາງ​ຍຸດ​ທະ​ສາດ​​ແລະ​ຖັນ​ແຖວ​​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​​ລະ​ດັບ​ສູງ​​ຕ້ອງຢືນ​ຢູ່​ແຖວ​ໜ້າ​ຂອງ​ໂລກ.