ຈັດ​ພິ​ທີ​ມອບ​ຮັບເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ແບບ​ສຸກ​ເສີນ​ຊຸດ​ທຳ​ອິດ​ທີ່ລັດ​ຖະ​ບານ​ຈີນມອບ​ໃຫ້​ອັ​ຟ​ກາ​ນີ​ສະ​ຖານ

2021-09-30 16:34:57 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 29 ກັນ​ຍາ​ນີ້,ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​​ແບບສຸກ​ເສີນ​ຊຸດ​ທຳ​ອິດ​ທີ່ລັດ​ຖະ​ບານ​ຈີນມອບ​ໃຫ້​ອັ​ຟ​ກາ​ນີ​ສະ​ຖານ​ໄດ້​ຂົນ​ສົ່ງ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​​ຢູ່​ນະ​ຄອນຫຼວງກາ​ບຸນ​ປະ​ເທດ​ອັ​ຟ​ກາ​ນິດ​ສະ​ຖານຢ່າງ​ສະ​ດວກ.

ສອງ​ຝ່າຍ​ຈີນ--ອັ​ຟ​ກາ​ນິດ​ສະ​ຖານ​ໄດ້​ຈັດ​ພິ​ທີ​ມອບ​ຮັບ​ຢູ່​ເດີ່ນ​​ບິນ​ຢ່າງ​ຄຶກ​ຄື້ນ. ທ່ານ​ຫວາງ​ອີ ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຈີນ​ປະ​ຈຳ​ອັ​ຟ​ກາ​ນິດ​ສະ​ຖານ ແລະ ຮັກ​ສາ​ການລັດ​ຖະ​ມົນ​ຕີ​​ກະ​ຊວງວຽກ​ງານ​ຊາວ​ອົບ​ພະ​ຍົບ​ຂອງ​ລັດ​ຖະ​ບານ​ຊົ່ວ​ຄາວ​ອັ​ຟ​ກາ​ນິດ​ສະ​ຖານ​ໄດ້​ເປັນ​ປະ​ທານ​ຈັດ​ພິ​ທີ​ດັ່ງ​ກ່າວ.

ທ່ານ​ຫວາງ​ອີ​ກ່າວ​ວ່າ, ແຕ່​ຕົ້ນ​ປີ​ນີ້​ມາ, ຍ້ອນ​ປະ​ສົບ​ຜົນ​ກະ​ທົບ​ຈາກ​ໄພ​ແຫ້ງ​ແລ້ງ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3 ແລະ ສະ​ຖາ​ນະ​ການຄວາມ​ວຸ້ນ​ວາຍ​​, ໂດຍ​ສະ​ເພາະ​ແມ່ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ສະ​ຖາ​ນະ​ການ​ຢູ່​ອັ​ຟ​ກາ​ນິດ​ສະ​ຖານ​ໄດ້​ເກີດ​ມີການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ, ລັດ​ຖະ​ບານ​ຊົ່ວ​ຄາວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​​ເບື້ອງ​ຕົ້ນ, ລະ​ບຽບ​ການ​ພວມໄດ້​ຮັບ​ການ​ຟື້ນ​ຟູ​ໃຫ້​ເປັນປົກ​ກະ​ຕິ​ເທື່ອ​ລະ​ກ້າວ, ​ອັ​ຟ​ກາ​ນິດ​ສະ​ຖານຍັງ​ຕ້ອງ​ການ​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​​ດ້ານ​ຕ່າງໆຈາກ​ປະ​ຊາ​ຄົມ​ໂລກ​ຢ່າງ​ຮີບ​ດ່ວນ. ຈີນ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ອັ​ຟ​ກາ​ນິດ​ສະ​ຖານ, ​ໄດ້ເອົາ​ໃຈ​ໃສ່​​ຕິດ​ຕາມຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນິດ​ສະ​ຖານ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ນາ​ນາ​ປະ​ການ, ​ໄດ້​ສົ່ງ​ເຄື່ອງ​ກັນ​ໜາວ​ທີ່​ປະ​ຊາ​ຊົນ​ອັ​ຟ​ກາ​ນິດ​ສະ​ຖານ​ຕ້ອງ​ການ​ຢ່າງ​ຮີບ​ດ່ວນ​ນັ້ນ​ໄປ​ຮອດ​ນະ​ຄອນຫຼວງ​ກາ​ບຸນໂດຍ​ໄວ. ນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ​ຈີນໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​​ທີ່​ຈະ​ໃຫ້​ການຊ່ວຍ​ເຫຼືອ​ອັ​ຟ​ກາ​ນິດ​ສະ​ຖານ​ຢ່າງ​ແທ້​ຈິງ ແລະ ​ໄດ້ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ອັ​ຟ​ກາ​ນິດ​ສະ​ຖານ​ໃຫ້​ພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງ​ຍາກ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ.

ທ່ານ​ຫວາງ​ອີ​ກ່າວ​ຕື່ມ​ວ່າ, ປະ​ຈຸ​ບັນ, ອັ​ຟ​ກາ​ນິດ​ສະ​ຖານ​ຍັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວ​ຂາດ​ໃນ​ດ້ານ​ຕ່າງໆ, ເຊັ່ນ: ດ້ານມະ​ນຸດ​ສະ​ທຳ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ອື່ນໆ, ປະ​ຊາ​ຄົມ​ໂລກ​ຄວນ​ຮ່ວມ​ແຮ່ງ​ຮ່ວມ​ໃຈ​ກັນ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ອັ​ຟ​ກາ​ນິດ​ສະ​ຖານ​ໃຫ້​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງ​ຍາກ. ໂດຍ​ສະ​ເພາະ​ແມ່ນ​ບາງ​ປະ​ເທດ​ທີ່​ເປັນ​ຜູ້​ສ້າງ​ສະ​ພາບ​​ຄວາມຫຍຸ້ງ​ຍາກ​ໃຫ້ຢູ່​ອັ​ຟ​ກາ​ນິດ​ສະ​ຖານ, ຍິ່ງ​ຄວນ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ໄວ້​ກັບ​ອັ​ຟ​ກາ​ນິດ​ສະ​ຖານ​ຢ່າງ​ແທ້​ຈິງ, ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ ແລະ ພັນ​ທະ​ເທົ່າ​ທີ່​ຄວນ, ເຮັດ​ແທ້​ທຳ​ຈິງ​ເພື່ອຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນິດ​ສະ​ຖານ​ໂດຍ​ໄວ.