ວັນທີ 11 ຕຸລານີ້, ທະນາຄານປະຊາຊົນຈີນໄດ້ຈຳໜ່າຍຫຼຽນລະນຶກກອງປະຊຸມອົງການສະຫະປະຊາຊາດວ່າດ້ວຍຊີວະນາໆພັນປີ 2020 ຊຸດໜຶ່ງທີ່ເຮັດດ້ວຍຄຳແລະເງິນ. ຫຼຽນລະນຶກຊຸດນີ້ລວມມີ 2 ຫຼຽນ, ຄື: ຫຼຽນລະນຶກທີ່ເຮັດດ້ວຍຄຳແລະເງິນ, ຫຼຽນດັ່ງກ່າວລ້ວນແຕ່ແມ່ນເງິນຕາທີ່ຖືກຕ້ອງຕາມກົດໝາຍຂອງສາທາລະນະລັດປະຊາຊົນຈີນ.
ຫຼຽນລະນຶກຊຸດນີ້ ຮູບດ້ານໜ້າລ້ວນແຕ່ແມ່ນກາໝາຍຊາດຂອງສາທາລະນະລັດປະຊາຊົນຈີນ, ທັງມີຊື່ປະເທດແລະປີ. ສ່ວນຮູບດ້ານຫຼັງແມ່ນກາສັນຍະລັກຂອງກອງປະຊຸມອົງການສະຫະປະຊາຊາດວ່າດ້ວຍຊີວະນາໆພັນປີ 2020, ຍັງມີຊື່ຂອງກອງປະຊຸມສະບັບພາສາຈີນແລະສະບັບພາສາອັງກິດ ພ້ອມດ້ວຍມູນຄ່າຂອງຫຼຽນ.