COP15丨ຜະລິດຕະພັນວັດທະນະທຳປະດິດສ້າງໃຫມ່ທີ່ມີອົງປະກອບຂອງຢຸນນານໄດ້ຮັບຄວາມນິຍົມ

2021-10-13 14:58:19 |ມາຈາກ:

ວັນທີ 11 ຕຸລາ, ກອງປະຊຸມ COP15 ໄລຍະທີໜຶ່ງໄດ້ຈັດຂື້ນຢູ່ໃນນະຄອນຄຸນໝິງ, ແລະ ຜະລິດຕະພັນວັດທະນະທໍາປະດິດສ້າງໃຫມ່ທີ່ມີອົງປະກອບຂອງຢຸນນານທີ່ໄດ້ຈັດສະແດງຢູ່ສະຖານທີ່ຈັດກອງປະຊຸມໄດ້ຮັບຄວາມນິຍົມຫຼາຍ. ຜະລິດຕະພັນວັດທະນະທໍາປະດິດສ້າງໃຫມ່ມີ 7 ປະເພດ ຄືໝວກ, ເສື້ອໂປໂລ, ກະເປົາຜ້າໃບ,ແນວຂັ້ນປຶ້ມ, ໄປສະນີຍະບັດ, ຈອກ ແລະ ອື່ນໆ. ນອກຈາກນັ້ນຍັງມີຮູບພາບເລຂາຄະນິດທີ່ປະກອບເປັນຮູບຮ່າງຕ່າງໆເຊັ່ນ ຊ້າງອາຊີ, ລີງທອງຄຳ ຂອງຢຸນນານ, ນົກຍູງສີຂຽວ, ນົກນາງນວນສີແດງ, ສະໜາມບິນສາງຊຸຍ ແລະອື່ນໆ. ຜະລິດຕະພັນວັດທະນະທຳປະດິດສ້າງໃຫມ່ເຫຼົ່ານີ້,ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງລັກສະນະພິເສດຂອງແຂວງຢຸນນານ, ແຕ່ຍັງສະແດງໃຫ້ເຫັນເຖິງຫົວຂໍ້ຂອງກອງປະຊຸມCOP15 "ຮ່ວມກັນສ້າງປະຊາຄົມຮ່ວມຊີວິດຂອງໂລກ" ອີກດ້ວຍ.

ມາຈາກ ເວັບໄຊຢຸນນານ

ນັກຂ່າວ ເພຶງຊີ ຫຼີຊີນຊວນ ຈ່ຽງເຊີງ