ໂຄງການປູຮາງທາງລົດໄຟລາວ-ຈີນໄດ້ສໍາເລັດການກໍ່ສ້າງ ແລະຈະເປີດນໍາໃຊ້ໃນປີນີ້

2021-10-13 15:00:55 |ມາຈາກ:

ວັນທີ 12 ຕຸລານີ້, ໂຄງການປູຮາງທາງລົດໄຟລາວ-ຈີນໄດ້ສໍາເລັດການກໍ່ສ້າງທັງໝົດແລ້ວ,ແລະ ບັນລຸການເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ. ຫຼັງຈາກໜຶ່ງປີເຄິ່ງຂອງການກໍ່ສ້າງຮາງທາງລົດໄຟ, ໂຄງການກໍ່ສ້າງຮາງທາງແລ່ນອັດສະລິຍະກໍໄດ້ບັນລຸໃນຂັ້ນຕອນຕໍ່ມາ. ພາຍໃຕ້ການຊີ້ນຳຂອງລະບົບກຳນົດຕຳແໜ່ງອັດຕະໂນມັດ ເປີຍໂຕ ທີ່ສ້າງຂຶ້ນເປັນຄັ້ງທຳອິດຂອງຈີນ, ໃນເວລາ 80 ມື້ໄດ້ສຳເລັດການກໍ່ສ້າງຮາງ 500 ກິໂລແມັດ. ປັດຈຸບັນ, ສະຖານີຜູ້ໂດຍສານ 11 ແຫ່ງຢູ່ໃນສ່ວນພາຍໃນເສັ້ນທາງລົດໄຟລາວ-ຈີນກໍກຳລັງຈະສ້າງສຳເລັດ. ທາງລົດໄຟລາວ-ຈີນປະກອບດ້ວຍພາກສ່ວນພາຍໃນປະເທດຈີນ ແລະ ພາກສ່ວນໃນປະເທດລາວ, ເຊິ່ງມີຄວາມຍາວທັງໝົດຫຼາຍກວ່າ 1.000 ກິໂລແມັດ. ຫຼັງຈາກສ້າງສຳເລັດແລະເປີດນຳໃຊ້ແລ້ວ, ມັນຈະໃຊ້ເວລາພຽງແຕ່3ຊົ່ວໂມງຈາກເມືອງຄຸນໝິງ ຫາເມືອງຈິ່ງຫົງ ແຂວງຢຸນນານ, ຈາກເມືອງຄຸນໝິງຫາ ນະຄອນຫຼວງວຽງຈັນປະເທດລາວຄາດວ່າຈະບັນລຸການຂົນສົ່ງໂດຍກົງ ແລະ ຮອດຈຸດໝາຍປາຍທາງພາຍໃນມື້ດຽວ.


ມາຈາກ ໜັງສຶພິມລາຍວັນແຂວງຢຸນນານ
ນັກຂ່າວ ຈີຈຽນເຟ