ສະຖານີບໍລິການຂອງອາສາສະໝັກເມືອງຄຸນໝິງ COP15 ເປີດໃຫ້ບໍລິການແລ້ວ

2021-10-13 15:22:46 |ມາຈາກ:

ວັນທີ 7 ຕຸລານີ້, ສະຖານີບໍລິການຂອງອາສາສະໝັກເມືອງຄຸນໝິງCOP15ເປີດໃຫ້ບໍລິການແລ້ວ. ປັດຈຸບັນ, ເມືອງໄດ້ຮັບເອົາອາສາສະໝັກໃນຕົວເມືອງຈຳນວນ 3.030 ຄົນ, ສ້າງສະຖານີບໍລິການຂອງອາສາສະໝັກໃນຕົວເມືອງ 50 ແຫ່ງ, ແລະ ສ້າງສະຖານີບໍລິການຂອງອາສາສະໝັກແບບໄລຍະຍາວ 250 ແຫ່ງ, ສະຖານີບໍລິການຂອງອາສາສະໝັກສະໜອງການບໍລິການສອບຖາມ, ບໍລິການຮັບໃຊ້ປະຊາຊົນ, ການໂຄສະນາເຜີຍແຜ່ດ້ານຄວາມສີວິໄລ ແລະ ອື່ນໆ, ຮູບພາບ IP ຂອງອາສາສະໝັກໃນເມືອງ COP15 ທີ່ເປັນຮູບ "ຢາດນ້ຳນ້ອຍ" ກໍ່ໄດ້ຖືກເຜີຍແຜ່ຢູ່ກິດຈະກຳນີ້.

ມາຈາກ ໜັງສືພິມລາຍວັນແຂວງຢຸນນານ
ນັກຂ່າວ ເຫີໄຂ