ສວນສາທາລະນະແຫ່ງຊາດ 5 ແຫ່ງຊຸດທໍາອິດໄດ້ສ້າງຂຶ້ນຢ່າງເປັນທາງການ

2021-10-14 15:26:15 |ມາຈາກ:

ຕາມຂ່າວຈາກກອງ​ປະ​ຊຸມປະເທດພາ​ຄີ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ໆ​ພັນ ຄັ້ງ​ທີ 15 ຫຼື COP15 ທີ່ຈັດຂຶ້ນໃນວັນທີ 12 ຕຸລານີ້, ປະເທດຈີນຈະສ້າງສວນສາທາລະນະແຫ່ງຊາດ 5 ແຫ່ງເປັນຊຸດທໍາອິດຢ່າງເປັນທາງການ, ເຊັ່ນ ສວນສາທາລະນະແຫ່ງຊາດຊ່ານຈ່ຽງຢ​ວນ(Sanjiangyuan), ສວນສາທາລະນະແຫ່ງຊາດ​ໝີ​ແພນ​ດາ​ໃຫຍ່, ສວນສາທາລະນະແຫ່ງຊາດ​ເສືອ ແລະ ​ເສຶອ​ດາວ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ, ສວນສາທາລະນະແຫ່ງຊາດປ່າ​ໄມ້​ເຂດ​ຮ້ອນ​ໄຫຫນານ ແລະ ສວນສາທາລະນະແຫ່ງຊາດ​ພູອູ​ຢີ​ຊ່ານ(Wuyi Mountain) ເຊິ່ງ​ມີ​ເຂດ​ອະ​ນຸ​ລັກເຖິງ​ 230.000 ກິ​ໂລ​ຕາ​ແມັດ, ກວມ​ເອົາ 30% ຂອງ​ພັນພືດ ແລະ​ສັດ​ສະຫງວນພິ​ເສດ​ລະ​ດັບ​ຊາດ​ຊະ​ນິດ​ຕ່າງໆ​ໃນ​ຜືນ​ແຜ່ນ​ດິນ​​ຂອງ​ຈີນ.



ສວນສາທາລະນະແຫ່ງຊາດຊ່ານຈ່ຽງຢ​ວນຕັ້ງຢູ່ເຂດພາກກາງຂອງພູພຽງຊິງໄຫ-ທິເບດ(Qinghai-Tibet Plateau) ເປັນແຫຼ່ງກຳເນີດຂອງແມ່ນໍ້າຢາງຈື ແມ່ນໍ້າເຫຼືອງ ແລະ ແມ່ນໍ້າລ້ານຊ້າງ. ພາຍໃນສວນມີລະບົບນິເວດຂອງພູສູງ ແລະ ເຂດອາກາດໜາວ(Alpine ecosystem) ຫຼາຍຊະນິດທີ່ກະຈາຍຢູ່ຢ່າງກວ້າງຂວາງເຊັ່ນ ພູຫິມະນໍ້າກ້ອນ, ດິນທາມທີ່ມີຄວາມສູງຈາກລະດັບໜ້ານ້ຳທະເລ, ທະເລຊາຍ ແລະ ອື່ນໆ ເຊິ່ງເປັນແບບຢ່າງຂອງການອະນຸລັກທີ່ເປັນມາດຕະຖານອັນດີຕໍ່ລະບົບນິເວດຂອງພູສູງ ແລະ ເຂດອາກາດໜາວຂອງພູພຽງຊິງໄຫ-ທິເບດ.

ສວນສາທາລະນະແຫ່ງຊາດ​ໝີ​ແພນ​ດາ​ໃຫຍ່ ມີເນື້ອທີ່ດິນຂ້າມສາມແຂວງຄື ແຂວງເສສວນ ແຂວງສານຊີ ແລະ ແຂວງກັນຊູ, ເຊິ່ງເປັນເຂດແຈກຢາຍ ແລະ ເຂດດໍາລົງຊີວິດຕົ້ນຕໍຂອງ​ໝີ​ແພນ​ດາ​ໃຫຍ່,​ ເຊິ່ງໄດ້ອະນຸລັກໝີ​ແພນ​ດາ​ໃຫຍ່ໃນປ່າຂອງຈີນຫຼາຍກວ່າ 70%.

ສວນສາທາລະນະແຫ່ງຊາດ​ເສືອ ແລະ ​ເສຶອ​ດາວ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອມີເນື້ອທີ່ດິນຂ້າມແຂວງຈີຫຼິນ ແລະ ເເຂວງເຮີຍຫຼົງຈຽງ, ມີຊາຍແດນຕິດກັບລັດເຊຍ ແລະ ເກົາຫຼີເໜືອ, ໃນສວນນີ້ມີການແຈກຢາຍຂອງຝູງເສືອພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ແລະ ເສຶອ​ດາວ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອທີ່ມີຂະໜາດໃຫຍ່ທີ່ສຸດໃນຈີນ ແລະ ເປັນຝູງດຽວຂອງຈີນທີ່ມີການອອກແມ່ແຜ່ລູກ. ເຊິ່ງເປັນແບບຢ່າງຂອງລະບົບນິເວດປ່າໄມ້ແຖບອຸ່ນ ກໍຄືແບບຢ່າງຂອງການອະນຸລັກການຮ່ວມມືຂ້າມແດນ.

ສວນສາທາລະນະແຫ່ງຊາດປ່າ​ໄມ້​ເຂດ​ຮ້ອນ​ໄຫຫນານ ຕັ້ງຢູ່ເຂດກາງຂອງເກາະໄຫຫນານ, ໄດ້ອະນຸລັກຮັກສາປ່າ​ໄມ້​ເຂດ​ຮ້ອນຮູບແບບເກາະ ແລະ ມີລັກສະນະເທິງບົກທີ່ສົມບູນ ແລະ ມີຄວາມຫຼາກຫຼາຍທີ່ສຸດ. ບ່ອນນີ້ເປັນເຂດແຈກຢາຍດຽວຂອງທະນີແຂນຍາວໄຫໜານ--ສັດລ້ຽງລູກດ້ວຍນ້ຳນົມທີ່ໃກ້ຈະສູນພັນທີ່ສຸດໃນໂລກ, ເປັນຄັງລໍ້າຄ່າຂອງຊີວະນາໆພັນເຂດຮ້ອນ ແລະ ຊັບພະຍາກອນພັນທຸກໍາ, ກາຍເປັນແບບຢ່າງຂອງການປົກປັກຮັກສາຊີວະນາໆພັນ ແລະ ການສືບທອດຊັບພະຍາກອນທໍາມະຊາດປ່າ​ໄມ້​ເຂດ​ຮ້ອນຮູບແບບເກາະ ແລະ ລັກສະນະເທິງບົກ.

ສວນສາທາລະນະແຫ່ງຊາດ​ພູອູ​ຢີ​ຊ່ານ ມີເນື້ອທີ່ດິນຂ້າມແຂວງຟູຈ້ຽນ ແລະ ແຂວງຈຽງຊີ, ມີລະບົບນິເວດປ່າໄມ້ໃບຂຽວຕະຫຼອດປີແບບດັ້ງເດີມຂອງເຂດກາງແຖບຮ້ອນທີ່ສົມບູນທີ່ສຸດ ແລະ ມີເນື້ອທີ່ໃຫຍ່ທີ່ສຸດໃນເຂດເສັ້ນຂະໜານດຽວກັນ, ເປັນຄັງສັດ ແລະ ພືດຂອງພາກຕາເວັນອອກສຽງໃຕ້ຂອງຈີນ. ພູອູ​ຢີ​ຊ່ານມີທັງມໍລະດົກທາງວັດທະນະທໍາໂລກ ແລະ ທໍາມະຊາດໂລກ, ເປັນແບບຢ່າງການສຶບທອດຂອງວັດທະນະທໍາ ແລະ ທໍາມະຊາດ, ກໍເປັນແບບຢ່າງຂອງການຢູ່ຮ່ວມກັນຢ່າງກົມກຽວຂອງມະນຸດ ແລະ ທໍາມະຊາດ.