ຈີນຈະອອກທຶນ 1500 ລ້ານຢວນສ້າງຕັ້ງກອງທຶນຊີວະນາໆພັນຄຸນໝິງ(Kunming Biodiversity Fund)

2021-10-14 15:29:17 |ມາຈາກ:

ວັນທີ 12 ຕຸລານີ້, ໃນເວລາກ່າວຄຳປາໄສທີ່ສຳຄັນຢູ່ທີ່ກອງ​ປະ​ຊຸມ​ສຸດຍອດ​​ຜູ້​ນຳ​ປະ​ເທດ​ພາ​ຄີ​ ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ ຄັ້ງ​ທີ 15, ທ່ານປະທານປະເທດ ສີຈິ້ນຜິງ ປະກາດວ່າ ຈີນຈະນຳໜ້າໃນການອອກທຶນ 1500 ລ້ານຢວນເພື່ອສ້າງຕັ້ງກອງທຶນຊີວະນາໆພັນຄຸນໝິງ, ເພື່ອສະໜັບສະໜູນການພັດທະນາວຽກງານການອະນຸລັກຊີວະນາໆພັນຂອງບັນດາປະເທດທີ່ກຳລັງພັດທະນາ. ການເຄື່ອນໄຫວນີ້ໄດ້ຮັບຄວາມສົນໃຈ ແລະ ການຕີລາຄາສູງຈາກສື່ມວນຊົນທີ່ສໍາຄັນ ແລະ ອົງການຮັກສາສິ່ງແວດລ້ອມໃນທົ່ວໂລກ.

ກອງທຶນສັດປ່າໂລກ (WWF) ໄດ້ອອກບົດຄວາມ “ການຕອບສະໜອງຂອງ WWF ຕໍ່ກອງປະຊຸມສຸດຍອດ​​ຜູ້​ນຳ​ COP15” ຢູ່ໃນເວັບໄຊທາງການຂອງຕົນ ໂດຍກ່າວວ່າຈີນປະກາດສ້າງຕັ້ງກອງທຶນຊີວະນາໆພັນຄຸນໝິງເພື່ອສະ ໜັບສະໜູນພາລະກິດການອະນຸລັກຊີວະນາໆພັນໃນປະເທດທີ່ພວມພັດທະນານັ້ນ, ໄດ້ສະແດງໃຫ້ເຫັນວ່າຈີນກຳລັງເສີມຂະຫຍາຍບົດບາດນໍາພາທາງດ້ານການອະນຸລັກຊີວະນານາພັນໃນທົ່ວໂລກ.

ໃນການສໍາພາດກັບໜັງສືພິມ South China Morning Post ຂອງຮົງກົງ, ທ່ານ ຫຼີຊົວ (Li Shuo), ທີ່ປຶກສາຂັ້ນສູງດ້ານນະໂຍບາຍໂລກຂອງສາຂາອາຊີຕາເວັນອອກ ແລະ ອົງການຈັດຕັ້ງສາກົນ ສັນຕິພາບສີຂຽວ (Greenpeace East Asia Division) ກ່າວວ່າ, ການເຂົ້າຮ່ວມ ແລະ ການກ່າວຄໍາປາໄສທີ່ສໍາຄັນຂອງປະທານ ສີຈິ້ນຜິງ ໃນກອງປະຊຸມສຸດຍອດຜູ້ນໍາ COP15, ໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນຂອງຈີນໃນການອະນຸລັກຊີວະນານາພັນ. ທົ່ວໂລກໃຫ້ຄວາມສົນໃຈຫຼາຍວ່າຈີນຈະໃຊ້ເວທີ COP15 ແນວໃດເພື່ອປະກອບສ່ວນເຂົ້າໃນການອະນຸລັກຊີວະນາໆພັນຂອງໂລກ.