ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ COP15 ໄດ້​ຮັບ​ໝາກ​ຜົນສຳ​ຄັນ​ໃນ​ສາມ​ດ້ານ

2021-10-14 15:30:24 |ມາຈາກ: CRI

ຕອນ​ຄ່ຳ​ຂອງວັນ​ທີ 13 ຕຸ​ລານີ້, ກອງ​ປະ​ຊຸມ​ປະ​ເທດ​ພາ​ຄີ​ໃນ“ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ໆ​ພັນ”ຄັ້ງ​ທີ 15 ຫຼື COP15 ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ທຳ​ອິດ ໂດຍ​ໄດ້​ແນະ​ນຳ​ໝາກ​ຜົນ​ຕ່າງໆ​ຂອງກອງ​ປະ​ຊຸມ​ລະ​ດັບ​ສູງ.

ທ່ານ​ຈ້າວ​ຢີ່ງ​ມີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ​ນິ​ເວດໄດ້​ແນະ​ນຳ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ລະ​ດັບ​ສູງ​ຕ່າງໆ​ທີ່​ຈັດ​ຂຶ້ນໃນໄລ​ຍະ​ທຳ​ອິດຂອງກອງ​ປະ​ຊຸມ COP15 ໄດ້​ຮັບ​ໝາກ​ຜົນ​ສຳ​ຄັນ​ໃນ​ສາມ​ດ້ານດັ່ງ​ນີ້: ອັນ​ທີ​ໜຶ່ງ, ໄດ້​ສະ​ໜອງ​ແຮງ​ຂັບ​ເຄື່ອນ​ດ້ານ​ການ​ເມືອງ​ລະ​ດັບ​ສູງ​ໃຫ້​ແກ່​ການ​ປົວ​ແປງ​ແລະ​ຄຸ້ມ​ຄອງ​ຊີ​ວະ​ນາໆ​ພັນ​ຂອງ​ໂລກ. ອັນ​ທີ​ສອງ​, ໄດ້​ປະ​ກາດ“ຖະ​ແຫຼງ​ການ​ຄຸນ​ໝີງ”. ອັນ​ທີ​ສາມ​, ໄດ້​ປະ​ກາດ​ມາດ​ຕະ​ການ​ໃໝ່​ຂອງ​ຈີນ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາໆ​ພັນ.

ຫວ່າງ​ກ່ອນນີ້ບໍ່​ດົນ, ຝູງ​ຊ້າງ​ອາ​ຊີ​ໄດ້​ເຄື່ອນ​ຍ້າຍ​ເກືອບ​ຂ້າມ​ແຂວງ​ຢຸນ​ນານເປັນ​ເວ​ລາ 17 ເດືອນ, ເລື່ອງນີ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວດັ່ງ​ກ່າວ, ທ່ານ​ວາງ​ສຽນ​ກ່າງ ຮອງ​ເຈົ້າ​ແຂວງຂອງ​ແຂວງ​ຢຸ​ນນານປະ​ເທດຈີນ​ກ່າວ​ວ່າ: ແຂວງ​ຢຸນ​ນານ​ຈະ​ສ້າງ​ກົນ​ໄກ​ຄຸ້ມ​ຄອງ​ແລະ​ຄວບ​ຄຸມໄລ​ຍະ​ຍາວ​​ທີ່​ຖືກ​ຕ້ອງຕາມ​ຫຼັກ​ວິ​ທະ​ຍາ​ສາດແລະ​ສອດ​ຄ່ອງ​ກັບກົດ​ເກນ​ດຳ​ລົງ​ຊີ​ວິດ​ແລະການ​ເຕີບ​ໃຫຍ່​ຂອງ​ຊ້າງ​ອາ​ຊີ. ຈຳ​ນວນ​ຝູງຊ້າງ​ອາ​ຊີ​ຂອງ​ຈີນ​ໄດ້ເພີ່ມ​ຂຶ້ນ​ຈາກ 100 ກວ່າ​ໂຕ​ໃນ​ຊຸມ​ປີ 1980 ຂອງສະ​ຕະ​ວັດ​ແລ້ວນີ້ເປັນ 300 ກວ່າ​ໂຕ​ໃນ​ປະ​ຈຸ​ບັນ​ນີ້.