ສື່ມວນຊົນສຸມໃສ່ປະສົບການທີ່ສໍາເລັດຜົນໃນການອະນຸລັກຊີວະນາໆພັນຂອງຈີນ

2021-10-14 15:32:59 |ມາຈາກ: CRI

ອີງຕາມການລາຍງານຂ່າວຈາກໜັງສືພິມ Reuters ຂອງອັງກິດ, ເມື່ອບໍ່ດົນມານີ້, ຈີນໄດ້ອອກປຶ້ມປົກຂາວ "ການອະນຸລັກຊີວະນາໆພັນຂອງຈີນ" ເຊິ່ງສະແດງໃຫ້ເຫັນວ່າ ປັດຈຸບັນນີ້, ຈີນໄດ້ກຳນົດເຂດບູລິມະສິດໃນການອະນຸລັກຊີວະນານາພັນ, ໃນນັ້ນ, ເນື້ອທີ່ດິນບູລິມະສິດທັງໝົດມີເຖິງ 2,763 ລ້ານກິໂລຕາແມັດ, ກວມເອົາປະມານ 28,8% ຂອງເນື້ອທີ່ດິນທັງໝົດຂອງຈີນ. ອີງຕາມປຶ້ມປົກຂາວ, ຈີນຈະສືບຕໍ່ຖືເອົາການປົກປັກຮັກສາທຳມະຊາດເປັນວຽກງານສໍາຄັນ, ເພີ່ມທະວີກໍາລັງການຕ້ານພຶດຕິກຳທີ່ທໍາລາຍສິ່ງແວດລ້ອມນິເວດ.

ຂ່າວຈາກ Associated Press ຂອງອາເມລິກາກ່າວວ່າ ໃນຫຼາຍສິບປີທີ່ຜ່ານມາ, ຈີນມີຄວາມກ້າວໜ້າໃນການປົກປ້ອງເຂດທຳມະຊາດ ແລະ ສັດປ່າ, ໄດ້ສ້າງເຂດສະຫງວນທຳມະຊາດ ເຮັດໃຫ້ຈຳນວນສັດທີ່ໃກ້ສູນພັນເພີ່ມຈຳນວນຂຶ້ນຢ່າງຕໍ່ເນື່ອງເຊັ່ນ ໝີແພນດາໃຫຍ່.

ຂ່າວຈາກໜັງສືພິມ THE STAR ຂອງມາເລເຊຍເວົ້າວ່າ ໂດຍຜ່ານການກໍ່ສ້າງຄວາມສີວິໄລດ້ານນິເວດ ສະພາບແວດລ້ອມທໍາມະຊາດຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເຊິ່ງສາມາດພິສູດວ່າ ການກໍ່ສ້າງຄວາມສີວິໄລດ້ານນິເວດເປັນວິທີທີ່ມີປະສິດທິພາບໃນການສົ່ງເສີມການພັດທະນາແບບຍືນຍົງ.

Bloomberg News Service ໄດ້ອ້າງຄຳເວົ້າຂອງທ່ານ Georgena Chandler, ເຈົ້າໜ້າທີ່ນະໂຍບາຍຂັ້ນສູງຂອງສະມາຄົມອະນຸລັກນົກແຫ່ງລາຊະວົງອັງກິດ, ນັບແຕ່ສຸມໃສ່ການເພີ່ມຂຶ້ນຂອງເນື້ອທີ່ການປົກຫຸ້ມຂອງປ່າໄມ້ ໄປສູ່ການປົກປ້ອງສັດທີ່ໃກ້ສູນພັນ, ຈົນເຖິງການເນັ້ນໜັກທັດສະນະຂອງຄວາມສີວິໄລດ້ານນິເວດທີ່ມະນຸດ ແລະ ທຳມະຊາດການຢູ່ຮ່ວມກັນຢ່າງກົມກຽວ, ປະເທດຈີນມີປະສົບການຫຼາຍໃນດ້ານການອະນຸລັກຊີວະນານາພັນທີ່ສາມາດແບ່ງປັນໄດ້, COP15ເປັນໂອກາດທີ່ຈີນສະແດງອອກເຖິງທັດສະນະການຮັກສາສິ່ງແວດລ້ອມຂອງຕົນ.

ທ່ານ Alex Wang ອາຈານສອນຢູ່ມະຫາວິທະຍາໄລຄາລິຟໍເນຍ ແລະ ມາຈາກສະຖາບັນຄົ້ນຄວ້າການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ Emmet ກ່າວວ່າ, ຜູ້ນໍາຂອງຈີນຖືເອົາການປົກປັກຮັກສາສິ່ງແວດລ້ອມເປັນວຽກງານທີ່ສໍາຄັນ, ພວກເຂົາເຈົ້າເຊື່ອວ່າບັນຫາສິ່ງແວດລ້ອມເປັນບັນຫາທີ່ມີຢູ່ຢ່າງແທ້ຈິງ. ອັນນີ້ນໍາເອົາຄວາມໝັ້ນໃຈມາໃຫ້ແກ່ປະຊາຄົມໂລກ ເພາະວ່າບໍ່ພຽງແຕ່ເອົາໃຈໃສ່ກັບບັນຫາສິ່ງແວດລ້ອມຂອງຕົນເອງເທົ່ານັ້ນ, ແຕ່ຍັງນໍາເອົາຜົນປະໂຫຍດມາສູ່ໂລກ.

ໜັງສືພິມ“ South China Morning Post” ຂອງຮົງກົງອອກຂ່າວວ່າ ສຳລັບນັກອະນຸລັກສິ່ງແວດລ້ອມ, ແກ່ນສານຂອງທັດສະນະການກໍ່ສ້າງຄວາມສີວິໄລດ້ານນິເວດຂອງຈີນແມ່ນການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດ ແລະ ທຳມະຊາດ. ທ່ານ Harvey Locke, ປະທານກຸ່ມວຽກງານພິເສດຂອງສະຫະພັນອະນຸລັກທຳມະຊາດສາກົນໄດ້ສະແດງຄວາມຫວັງວ່າ ຈີນຈະອະທິບາຍທັດສະນະຄວາມສີວິໄລດ້ານນິເວດໃຫ້ແກ່ປະຊາຄົມໂລກ, ທັດສະນະນີ້ຈະເຮັດໃຫ້ອີກຫຼາຍຄົນເລີ່ມການຈັດຕັ້ງປະຕິບັດ, ແລະ ຄິດວ່າຈະເຄື່ອນໄຫວຕາມກົດເກນທໍາມະຊາດແນວໃດ ບໍ່ແມ່ນຢູ່ເໜືອກົດເກນທໍາມະຊາດ.