ນັກບິນອະວະກາດຈີນ 3 ຄົນໃນຍານອະວະການບັນທຸກຄົນ “ເສີນໂຈ່ວ 13(Shenzhou 13)” ໄດ້ເຂົ້າສູ່ຍານສູນກາງທຽນເຫີ(Tianhe Core module) ຢ່າງສຳເລັດຜົນ

2021-10-20 15:24:09 |ມາຈາກ:

ອີງຕາມຂໍ້ມູນຈາກຫ້ອງການວິສະວະກຳການບິນອະວະກາດບັນທຸກຄົນຂອງຈີນ, ຫຼັງຈາກຍານອະວະກາດບັນທຸກຄົນ ເສີນໂຈ່ວ 13 ແລະ ການປະກອບສະຖານີອະວະກາດໄດ້ສຳເລັດການເຊື່ອມຕໍ່ຢ່າງໄວວາ ແລະ ້ ເປັນເອກະລາດແລ້ວ, ທີມນັກບິນອະວະກາດໄດ້ເຂົ້າສູ່ຍານໂຄຈອນຈາກຍານກັບຄືນ. ໄດ້ສໍາເລັດວຽກງານຕ່າງໆຕາມລໍາດັບແລ້ວ, ທ່ານ Zhai Zhigang ໄດ້ເປີດປະຕູຂອງຍານສູນກາງທຽນເຫີໃນເວລາ 9:58 ໂມງຂອງວັນທີ 16 ຕຸລາ 2021 ຕາມເວລາປັກກິ່ງ, ນັກບິນອະວະກາດຈີນທ່ານ ຈາຍຈື້ກາງ (Zhai Zhigang) ທ່ານ ນາງ ຫວາງຢາຜິງ (Wang Yaping) ແລະ ທ່ານ ເຢກວງຝູ (Ye Guangfu) ໄດ້ເຂົ້າຍານສູນກາງທຽນເຫີຕາມລໍາດັບ, ສະຖານີອະວະກາດຈີນກໍ່ໄດ້ຕ້ອບຮັບທີມນັກບິນອະວະກາດທິມທີສອງ ແລະ ນັກບິນອະວະກາດຍິງຜູ້ທໍາອິດ. ໃນອະນາຄົດ, ທີມນັກບິນອະວະກາດຈະປະຕິບັດວຽກງານທີ່ກ່ຽວຂ້ອງຕາມແຜນການ.