ນັກບິນອະວະກາດຍິງໄປອະວະກາດ, ມີຄວາມແຕກຕ່າງຫຍັງແດ່?

2021-10-20 15:45:14 |ມາຈາກ:

ເພື່ອຕ້ອນຮັບນັກບິນອະວະກາດຍິງຜູ້ທຳອິດ, ສະຖານີອະວະກາດຈີນໄດ້ດຳເນີນການກະກຽມຫຼາຍຢ່າງ. ທ່ານ ຜາງຈື້ຮາວ (Pang Zhihao) ຫົວໜ້າຜູ້ຊ່ຽວຊານດ້ານການເຜີຍແຜ່ວິທະຍາສາດ-ເຕັກໂນໂລຢີການສຳຫຼວດອະວະກາດແຫ່ງຊາດກ່າວໃນການໃຫ້ສຳພາດວ່າ ຍານອະວະກາດທ່ຽນໂຈ່ວ 3 (Tianzhou 3) ໄດ້ສົ່ງເຄື່ອງໃຊ້ອະນາໄມຂອງແມ່ຍິງ ແລະ ເຄື່ອງສຳອາງຈຳນວນໜຶ່ງທີ່ບໍ່ມີສານພິດໃຫ້ນັກບິນອາວະກາດຍິງ; ຕັ່ງໃນຍານອະວະກາດ ແລະ ຊຸດເຄື່ອງນຸ່ງອະວະກາດແມ່ນເຮັດອອກມາຕາມຮູບຮ່າງຂອງນັກບິນອະວະກາດຍິງ; ຄວາມສູງ ແລະ ໄລຍະຫ່າງຂອງລະບົບເກັບອາຈົມ ແລະ ປັດສະວະຂອງນັກບິນອະວະກາດຍິງກໍໄດ້ປັບປຸງເຊັ່ນດຽວກັນ; ນອກຈາກນັ້ນ, ຍັງໄດ້ກະກຽມຊັອກໂກແລັດ ຂອງຫວານ ແລະ ອາຫານເສີມເລືອດໃຫ້ອີກດ້ວຍ. ການປະຕິບັດການທົດລອງຕົວຈິງໄດ້ສະແດງໃຫ້ເຫັນວ່າ, ໂດຍທົ່ວໄປແລ້ວ ນັກບິນອະວະກາດຍິງຈະມີປະຈຳເດືອນມາຢ່າງປົກກະຕິໃນເວລາທີ່ຢູ່ອະວະກາດ, ແຕ່ການຍ່າງໃນອະວະກາດເວລາທີ່ມີປະຈຳເດືອນຈະເຮັດໃຫ້ມີອາການເກີດຟອງອາກາດໃນເລືອດ ແລະ ເນື້ອເຍື່ອ (decompression sickness) ໄດ້ງ່າຍ , ດັ່ງນັ້ນ ໃນເວລາມີປະຈໍາເດືອນ ໂດຍທົ່ວໄປແລ້ວ ນັກບິນອະວະກາດຈະບໍ່ຍ່າງໃນອະວະກາດ.

ພາລະກິດຂອງການບິນອະວະກາດທີ່ບັນທຸກຄົນມີຄວາມຫຍຸ້ງຍາກຫຼາຍ, ຕ້ອງການເຕັກນິກທີ່ຊັບຊ້ອນ, ສະພາບແວດລ້ອມທີ່ຂ້ອນຂ້າງພິເສດ ແລະ ມີຄວາມສ່ຽງບາງຢ່າງ, ສະນັ້ນ ຈຶ່ງມີຂໍ້ກຳນົດສູງຕໍ່ເງື່ອນໄຂທາງຮ່າງກາຍ ແລະ ຈິດໃຈຂອງນັກບິນອະວະກາດ, ນັກບິນອະວະກາດຍິງກໍບໍ່ມີຂໍ້ຍົກເວັ້ນ. ມາດຕະຖານການຄັດເລືອກ ແລະ ການຝຶກອົບຮົມນັກບິນອະວະກາດຍິງ ແລະ ຊາຍຄືກັນໂດຍພື້ນຖານ, ບໍ່ມີການຄັດເລືອກ ແລະ ການຝຶກອົບຮົມພິເສດຕໍ່ນັກບິນອະວະກາດຍິງ.

ນັກບິນອະວະກາດຍິງມີທ່າແຮງຫຼາຍຢ່າງ ແລະ ມີຄວາມສຳຄັນທີ່ບໍ່ສາມາດປ່ຽນແທນໄດ້. ນັກບິນອະວະກາດຍິງມີທ່າແຮງຫຼາຍກວ່າໃນການທົດລອງເທິງອະວະກາດ ແລະ ການດໍາເນີນງານລະອຽດຈຳນວນໜຶ່ງ; ນັກບິນອະວະກາດຍິງມີມະນຸດສໍາພັນດີ, ເຊິ່ງມີປະໂຫຍດຫຼາຍຕໍ່ການຮ່ວມມືຂອງທີມໃນສະພາບແວດລ້ອມທີ່ຄັບແຄບໃນອາວະກາດໃນໄລຍະຍາວ; ໃນສະພາບພາວະໄຮ້ນໍ້າໜັກ, ການປ່ຽນຖ່າຍຂອງຮໍໂມນເພດຍິງ ແລະ ທາດມາເຍ (ແມັກນີຊຽມ) ຂອງນັກບິນອະວະກາດຍິງດີກວ່ານັກບິນອະວະກາດຊາຍ, ປະລິມານການເກີດທາດເຫຼັກ ແລະ ສິ່ງເສດເຫຼືອໃນຮ່າງກາຍກໍຕໍ່າກວ່າ, ບໍ່ງ່າຍໃນການເກີດບັນຫາເຊັ່ນ ເກີດພິດຈາກເຫຼັກ, ເລືອດອຸດຕັນ, ຫຼອດເລືອດຫົດ ແລະ ບັນຫາອື່ນໆ, ຄວາມສາມາດໃນການປັບຕົວເຂົ້າກັບສະພາບແວດລ້ອມອະວະກາດມີຫຼາຍກວ່າ; ນັກບິນອະວະກາດຍິງສາມາດນໍາໃຊ້ຕົວເອງເປັນເປົ້າໝາຍ ໃນການຄົ້ນຄວ້າແພດສາດໃນການບິນອະວະກາດ ແລະ ວິທະຍາສາດອະວະກາດທີ່ຖືເອົາເພດຍິງເປັນຫຼັກ, ເພື່ອເປັນການກະກຽມໃຫ້ການບິນອະວະກາດທີ່ບັນທຸກຄົນໃນໄລຍະຍາວ.