ສະ​ຖາ​ນີ​ສົ່ງ​ສັນ​ຍານ 5G ຂອງຈີນມີ​ເຖິງ 1 ລ້ານກວ່າ​ແຫ່ງ

2021-10-20 16:25:42 |ມາຈາກ: CRI

​ວັນ​ທີ 19 ຕຸ​ລານີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ຂໍ້​ມູນ​ຂ່າວ​ສານ​ຈີນ ໄດ້​ເປີດ​ເຜີຍ​ຂໍ້​ມູນ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 3 ໄຕ​ມາດ​ທຳ​ອິດ​ຂອງ​ປີນີ້, ອຸດ​ສາ​ຫະ​ກຳ ແລະ ຂໍ້​ມູນ​ຂ່າວ​ສານຂອງ​ຈີນ ໄດ້​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ​ໂດຍ​ລວມ, ຄວາມ​ສາ​ມາດ​ດ້ານ​ການ​ຮັບ​ປະ​ກັນ​ຂອງ​ຕ່ອງ​ໂສ້​ການ​ຜະ​ລິດ ແລະ ຕ່ອງ​ໂສ້​ການ​ສະ​ໜອງ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ການ​ປ່ຽນ​ແປງ​ຮູບ​ແບບ​ການ​ພັດ​ທະ​ນາ ແລະ ການ​ຍົກ​ລະ​ດັບ ໄດ້​ກ້າວ​ສູ່​ລວງ​ເລິກ, ທັງ​ໄດ້​ມີ​ພະ​ລັງ​ຊີ​ວິດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ຕໍ່​ເນື່ອງ, ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ກັບ​ການ​ບັນ​ລຸ​ເປົ້າ​ໝາຍ​ໃນ​ໝົດ​ປີນີ້.

ຂໍ້​ມູນ​ຍັງ​ສະ​ແດງ​ໃຫ້​ເຫັນ​ຕື່ມ​ວ່າ: ໃນ 3 ໄຕ​ມາດ​ຂອງ​ປີນີ້, ເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ ​ສາ​ມາດ​ຟື້ນ​ຟູູ​ຄືນ​ໄດ້​ຢ່າງ​ໜັກ​ແໜ້ນ, ຕົວ​ເລກ​ຊີ້​ວັດ​ຕົ້ນ​ຕໍ ແມ່ນ​ຢູ່​ໃນ​ຂອບ​ເຂດ​ທີ່​ສົມ​ເຫດ​ສົມ​ຜົນ, ບົດ​ບາດ​ທີ່​ເປັນ​ພື້ນ​ຖານ ແລະ ນຳ​ໜ້າ​ຂອງ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ ແລະ ໂທ​ລະ​ຄົມ ໄດ້​​ປາ​ກົດ​ໃຫ້​ເຫັນ​ຢ່າງ​ພົ້ນ​ເດັ່ນ​ກວ່າ​ເກົ່າ.

ທ່ານ ໂລ​ຈວີ້ນ​ເຈ ໂຄ​ສົກ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ຂໍ້​ມູນ​ຂ່າວ​ສານ​ຈີນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າ​ວ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ມື້​ດຽວ​ກັນ​ວ່າ: ປັດ​ຈຸ​ບັນ, ສະ​ຖາ​ນີ​ສົ່ງ​ສັນ​ຍານ 5G ມີເຖິງ 115,9 ໝື່ນ​ແຫ່ງ, ເຄື່ອງ​​ຮັບ​ປາຍ​ທາງ​ທີ່​ເຊື່ອມ​ຕໍ່​ກັບ 5G ໄດ້​ບັນ​ລຸ​ເຖິງ 450 ລ້ານ​ເລກ​ໝາຍ, ເຄືອ​ຂ່າຍ​ສາຍ​ກາບ​ໃຍ​ແສງ​ 1000 M ມີ​ຄວາມ​ສາ​ມາດ​ປົກ​ຫຸ້ມຫຼາຍກວ່າ 200 ລ້ານ​ຄອບ​ຄົວ, ໃນ​ທົ່ວ​ປະ​ເທດ ກຳ​ລັງ​ສ້າງ​ໂຄງ​ການ “5G+ອິນ​ເຕີ​ເນັດ​ອຸດ​ສາ​ຫະ​ກຳ” ຫຼາຍກວ່າ 1.800 ໂຄງ​ການ.