ວັນທີ 21 ຕຸລາ, "ກອງປະຊຸມສະຫະພັນການຮ່ວມມືຕົວເມືອງທ່ອງທ່ຽວຂອງເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ເວທີປາໄສການທ່ອງທ່ຽວວັດທະນະທຳລະດັບເຈົ້າເມືອງເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ໄດ້ຈັດຂຶ້ນຢູ່ນະຄອນຈົງຊິງ. ແຂກຜູ້ມີກຽດທີ່ເຂົ້າຮ່ວມກິດຈະກຳມາຈາກພາຍໃນ ແລະ ຕ່າງປະເທດເຊັ່ນ ຜູ້ຮັບຜິດຊອບກະຊວງທະບວງກົມຂອງປະເທດທີ່ກ່ຽວຂ້ອງ, ທູຕານຸທູດຂອງ 5 ປະເທດແມ່ນ້ຳຂອງປະຈໍາ ສປ ຈີນ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກ 20 ກວ່າຕົວເມືອງຈາກພາຍໃນແລະຕ່າງປະເທດທີ່ເປັນສະມາຊິກຊຸດທຳອິດຂອງສະຫະພັນການຮ່ວມມືຕົວເມືອງທ່ອງທ່ຽວຂອງເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (ຕົວເມືອງຂອງຈີນທີ່ເຂົ້າຮ່ວມ ລວມມີ ຫນານຈິງ, ຈົງຊິງ, ຫນານນີງ, ເຊີງຕູ, ກຸ້ຍຢາງ,ຄຸນໝິງ, ຊີອານ, ກວາງໂຈ,ຫາງໂຈ,ຊາງຊາ,ໄຮໂຄ,ເຊ້ຍເໝິນ, ເຊິນເຈິ້ນ), ຜູ້ຊ່ຽວຊານ ແລະ ນັກວິຊາການທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດ, ຕົວແທນຂອງວິສາຫະກິດທີ່ມີຊື່ສຽງແລະອື່ນໆ.ເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຂອງຂະແໜງການທ່ອງທ່ຽວວັດທະນະທຳເຂດອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຈຶ່ງໄດ້ດຳເນີນການປຶກສາຫາລືຮ່ວມກັນ. ກອງປະຊຸມໄດ້ຮ່າງເອກະສານທີ່ສຳຄັນເຊັ່ນ “ແຜນການວຽກງານ ແລະ ແຜນການເຄື່ອນໄຫວ 5 ປີຂອງສະຫະພັນການຮ່ວມມືຕົວເມືອງທ່ອງທ່ຽວຂອງເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ “ຂໍ້ລິເລີ່ມຈົງຊິງວ່າດ້ວຍການຮ່ວມມືການທ່ອງທ່ຽວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” , ເຊິ່ງໄດ້ມີບົດບາດທາງບວກຕໍ່ການປັບປຸງການກໍ່ສ້າງກົນໄກສະຫະພັນການຮ່ວມມືຕົວເມືອງທ່ອງທ່ຽວຂອງເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ແລະຊຸກຍູ້ການພັດທະນາທີ່ແຂງແຮງ ແລະ ຄວາມເປັນລະບຽບຂອງສະຫະພັນ.
ມາຈາກ ໜັງສືພິມລາຍວັນແຂວງຢຸນນານ
ນັກຂ່າວ ຈ່າງຢິງຫຼີງ