ຄວາມ​ສາ​ມາດ​ການ​ຜະ​ລິດ​ໄຟ​ຟ້າ​ຈາກ​ຄວາມ​ຮ້ອນ​ໃຕ້​ດິນ​ໂດຍ​ກົງ​ຂອງ​ຈີນກວມ 38% ຂອງ​ໂລກ

2021-10-29 15:17:26 |ມາຈາກ: CRI

ກອງ​ປະ​ຊຸມ​ຄວາມ​ຮ້ອນ​ໃຕ້​ດິນ​ໂລກ​ຄັ້ງ​ທີ 6 ໄດ້​ໃຫ້​ຮູ້​ວ່າ​: ປີ 2020, ຄວາມ​ສາ​ມາດ​ການ​ຜະ​ລິດ​ໄຟ​ຟ້າ​ຈາກ​ຄວາມ​ຮ້ອນ​ໃຕ້​ດິນ​ໂດຍ​ກົງ​ຂອງ​ຈີນກວມ 38% ຂອງ​ໂລກ, ຢູ່​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ຫຼາຍ​ປີ​ລຽນ​ຕິດ.

ກອງ​ປະ​ຊຸມ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຮອດ​ທ້າຍ​ປີ 2020, ຄວາມ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ຈາກ​​ຄວາມ​ຮ້ອນ​ໃຕ້​ດິນ​ໂດຍ​ກົງ​ຂອງ​ຈີນ​ມີ​ເຖິງ 40.600 ເມ​ກາວັດ,ກວມ 38% ຂອງ​ໂລກ,ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ຫຼາ​ຍ​ປີ​ລຽນ​ຕິດ. ໃນ​ນັ້ນ,ຄວາມ​ສາ​ມາດ​ການ​ຜະ​ລິດ​ໄຟ​ຟ້າ​ຈາກ​​ຄວາມ​ຮ້ອນ​ໃຕ້​ດິນ​ໂດຍ​ກົງ​ມີ​ເຖິງ 7 ພັນ​ເມ​ກາ​ວັດ, ຄວາມ​ສາ​ມາດ​ການ​ຜະ​ລິດ​ໄຟ​ຟ້າດ້ວຍ​ປ້ຳ​ຄວາມ​ຮ້ອນ​ໃຕ້​ດິນ​ມີ​ເຖິງ 26.500 ເມ​ກາ​ວັດ, ຕ່າງກໍ່​ໄດ້​ເພີ່ມ​ຂຶ້ນ 138% ແລະ 125% ເມື່ອ​ທຽບ​ໃສ່​ປີ 2015. ຂ່າວ​ແຈ້ງວ່າ: ​ສະ​ຖານ​ທີ່ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃນ​ຄັ້ງ​ນີ້​ກໍ​ໄດ້​ໃຊ້​ເຄື່ອງ​ຈັກ​ປ້ຳ​ພະ​ລັງ​ອາຍ​ນ້ຳ​ມາ​ເຮັດ​ອາຍ​ອຸ່ນ.

ພະ​ລັງ​ຄວາມ​ຮ້ອນ​ໃຕ້​ດິນ​ແມ່ນ​ພະ​ລັງ​ງານ​ໝູນ​ວຽນຊະ​ນິດ​ໜຶ່ງ​ເຊິ່ງ​ມີ​ປະ​ລິ​ມານ​ສະ​ສົມ​ທີ່​ອຸ​ດົມ​ສົມ​ບູນ,ແຈກ​ຢາຍຢູ່​ທົ່ວ​ໂລກ​ຢ່າງກວ້າງ​ຂວາງ​,ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ໄວ້​ໃຈ​ໄດ້.