ໂທລະສັບມືຖືຊຽວໝີ (Xiaomi) ມີຍອດຈຳໜ່າຍສູງທີ່ສຸດໃນມື້ທໍາອິດຂອງເທດສະການ11.11

2021-11-02 15:15:59 |ມາຈາກ:

ເທດສະການ11.11 ຫມາຍເຖິງ ການຈັດໂປຣໂມຊັນສົ່ງເສີມການຂາຍສິນຄ້າອອນລາຍ.ໃນວັນທີ 11 ພະຈິກ. ທຸລະກິດອອນລາຍຈໍານວນຫຼາຍຈະດໍາເນີນການຈັດກິດຈະກໍາສົ່ງເສີມການຂາຍຂະຫນາດໃຫຍ່ໃນມື້ນີ້. ຄຽງຄູ່ກັບການພັດທະນາຕະຫຼາດ, ວັນທີ 1 ພະຈິກ 2021, ແມ່ນມື້ທີ່ເວທີການຄ້າອີເລັກໂຕຣນິກເລີ່ມ ເທດສະການ11.11 ຢ່າງເປັນທາງການ.ໂທລະສັບມືຖືຍີ່ຫໍ້ຊຽວຫມີ ໄດ້ຮັບຄວາມນິຍົມຫຼາຍ ແລະ ມີຍອດຈຳໜ່າຍສູງທີ່ສຸດໃນມື້ທໍາອິດຂອງ ເທດສະການ11.11.