ຈຳນວນຜູ້ເສຍຊີວິດຈາກໂຄວິດ-19ໃນທົ່ວໂລກມີຫຼາຍກວ່າ 5 ລ້ານກໍລະນີ

2021-11-02 15:19:29 |ມາຈາກ:

ອີງຕາມສະຖິຕິຫຼ້າສຸດກ່ຽວກັບການແຜ່ລະບາດຂອງໂຄວິດ-19ທີ່ມະຫາວິທະຍາໄລຈອນ ຮອບກິນສ໌ ອາເມລິກາ​(The Johns Hopkins University)ທີ່ປະກາດໃນວັນທີ 1 ພະຈິກນີ້, ມາຮອດເວລາ 15:21 ​ໂມງຂອງ ວັນທີ 1 ພະຈິກ ຕາມເວລາໃນປັກກິ່ງ, ຈຳນວນຜູ້ເສຍຊີວິດຈາກໂຄວິດ-19ໃນທົ່ວໂລກໄດ້ມີຫຼາຍກວ່າ 5 ລ້ານກໍລະນີ, ມີເຖິງ 5.000.425 ກໍລະນີ, ຈໍານວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກເພີ່ມຂຶ້ນເປັນ 246.721.929 ກໍລະນີ.

ນັບແຕ່ເວລາ 0-24:00 ໂມງຂອງວັນທີ 1 ພະຈິກ, 31 ແຂວງ (ເຂດປົກຄອງຕົນເອງ, ນະຄອນ) ແລະ ຊິນຈຽງລາຍງານວ່າ: ມີຜູ້ຕິດເຊື້ອທັງໝົດ 912 ກໍລະນີ (ອາການໜັກ 35 ກໍລະນີ). ຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ 71 ກໍລະນີ.ໃນນັ້ນ, ມີ 17 ກໍລະນີນຳເຂົ້າຈາກຕ່າງປະເທດ, 54 ກໍລະນີຕິດເຊື້ອໃນຊຸມຊົນ (ແຂວງເຮີຍຫຼົງຈຽງ 27 ກໍລະນີ; ເຫີເປີຍ 8 ​ກໍລະນີ; ການຊູ 8 ​ກໍລະນີ; ຊານຕົງ 3 ກໍລະນີ; ເຂດມົງໂກນ 2 ​ກໍລະນີ; ແຂວງຈ່ຽງຊີ 2 ​ກໍລະນີ; ເມືອງຊິງໄຫ 27 ກໍລະນີ; ປັກກິ່ງ1 ກໍລະນີ ; ໜິງເຊ້ຍ 1 ກໍລະນີ), ບໍ່ມີຜູ້ເສຍຊີວິດໃໝ່.