ຄຸນໝິງເລີ່ມວຽກງານສັກວັກຊິນໂຄວິດ-19ໃຫ້ຄົນທີ່ມີອາຍຸ 3-11 ປີ

2021-11-04 16:38:27 |ມາຈາກ:

ປະຈຸບັນ, ຄຸນໝິງໄດ້ເລີ່ມປະຕິບັດວຽກງານການສັກວັກຊິນໂຄວິດ-19ໃຫ້ແກ່ຄົນທີ່ມີອາຍຸ 3-11 ປີ. ວັກຊີນທີ່ໄດ້ຮັບການອະນຸມັດໃຫ້ນຳໃຊ້ໃນຄົນອາຍຸ 3-11 ປີແມ່ນວັກຊິນໂຄວິດ-19 ຊະນິດເຊື້ອຕາຍທີ່ຜະລິດໂດຍ 3 ບໍລິສັດ. ການສັກວັກຊິນໂຄວິດ-19 ບໍ່ສາມາດສັກໄດ້ໃນເວລາດຽວກັນກັບວັກຊີນຊະນິດອື່ນໆ,ແລະໄລຍະຫ່າງລະຫວ່າງການສັກວັກຊີນແມ່ນ 14 ມື້ຂຶ້ນໄປ. ປະສິດທິພາບຂອງວັກຊີນຊະນິດໃດໜຶ່ງລ້ວນແຕ່ບໍ່ສາມາດບັນລຸໄດ້ຮອດ 100%, ດັ່ງນັ້ນເຖິງແມ່ນວ່າທ່ານຈະໄດ້ຮັບການສັກວັກຊີນໂຄວິດ-19, ທ່ານຍັງຕ້ອງຍຶດຫມັ້ນໃນການຮັກສາສຸຂະພາບຂອງຕົນເອງ.

ນັບແຕ່ເວລາ 0-24:00 ໂມງຂອງວັນທີ 2 ພະຈິກ, ແຂວງຢຸນນານມີຜູ້ຕິດເຊື້ອໃນປະຈຸບັນ 78 ກໍລະນີ, ຜູ້ຕິດເຊື້ອໃໝ່ໃນຊຸມຊົນເພີ່ມຂຶ້ນ 2 ກໍລະນີ, ຜູ້ຕິດເຊື້ອໃໝ່ນຳເຂົ້າຈາກຕ່າງປະເທດເພີ່ມຂຶ້ນ 2 ກໍລະນີ(ນຳເຂົ້າຈາກມຽນມາ 1 ກໍລະນີ ແລະ ຈາກລາວ 1 ກໍລະນີ). ມາຮອດເວລາ 24:00 ໂມງຂອງວັນທີ 2 ພະຈິກນີ້, ແຂວງຢຸນນານມີຜູ້ຕິດເຊື້ອປິ່ນປົວດີອອກໂຮງໝໍ 1493 ກໍລະນີ, ເສຍຊີວິດລວມ 2 ກໍລະນີ ແລະ ຜູ້ຕິດເຊື້ອໂຄວິດ-19ທັງໝົດມີ 1573 ກໍລະນີ.