ທ່ານ​ສີ​ຈີ້​ນຜິ​ງກ່າວ​ວ່າ: ຈີນ ​ແລະ ອາ​ເມຣິກາ​ຄວນ​ທັງ​ເຮັດວຽກ​ງານພາຍ​ໃນ​ປະ​ເທດ​ຕົນ​ໃຫ້​ດີ ທັງ​ແບກ​ຫາບ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ທີ່​ມີ​ຕໍ່​ສາກົນ​ທີ່​ຄວນ​ປະຕິບັດ

2021-11-16 17:19:52 |ມາຈາກ: CRI

ຕອນ​ເຊົ້າ​ວັນ​ທີ 16 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ພົບ​ປະ​ກັບ​ທ່ານ​ໂຈ ໄບ​ເດັນ ປະທານາທິບໍດີ​ອາ​ເມຣິກາ​ດ້ວຍ​ຮູບ​ແບບ​ຜ່ານ​ທາງ​ວິ​ດີ​ໂອ. ທ່ານ​ສີ​ຈີ້​ນຜິ​ງ​ກ່າວ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ການພັ​ດທະນາ​ຂອງ​ຈີນ ​ແລະ ອາ​ເມຣິກາ​ລ້ວນ​ແຕ່​ຢູ່​ໃນ​ໄລຍະ​ສຳ​ຄັນ. ຈີນ ​ແລະ ອາ​ເມຣິກາ​ໃນ​ຖານະ​ທີ່​ເປັນ​ສອງ​ກຸ່ມເສ​ດຖະກິດ​ໃຫຍ່​ທີ່​ສຸດໃນ​ໂລກ ​ແລະ ​ເປັນປະ​ເທດສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​​ອົງ​ການສະຫະ​ປະຊາ​ຊາດ, ຄວນ​ເພີ່ມ​ທະວີ​ການ​ພົວ​ພັນ ​ແລະ ການ​ຮ່ວມ​ມື​ກັນ ທັງ​ເຮັດ​ວຽກງານ​ພາຍ​ໃນ​ປະ​ເທດ​ຕົນ​ໃຫ້​ດີ ທັງ​​ແບກ​ຫາບ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ທີ່​ມີ​ຕໍ່​ສາກົນ​ທີ່​ຄວນ​ປະຕິບັດ, ພ້ອມ​ກັນ​ຊຸກ​ຍູ້​ພາລະກິດ​​ອັນສູງສົ່ງ​ກ່ຽວ​ກັບ​ສັນຕິພາບ ​ແລະ ການພັດທະນາ​ຂອງມວນ​ມະນຸດ. ນີ້​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມຂອງ​ສອງ​ປະ​ເທດ​ຈີນ-ອາ​ເມຣິກາ ​ແລະ ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ, ​ທັງແມ່ນພາລະ​ກຳ​ຮ່ວມ​ຂອງ​ຜູ້ນຳ​ສອງ​ປະ​ເທດ​ຈີນ-ອາ​ເມຣິກາ.

ທ່ານ​ສີ​ຈີ້​ນຜິ​ງກ່າວ​​ເນັ້ນ​ວ່າ, ການ​ຊຸກ​ຍູ້​​ສາຍ​ພົວ​ພັນ​ຈີນ ແລະ ອາ​ເມຣິກາ​​ທີ່ຕ່າງ​ຝ່າຍ​ຕ່າງໄດ້​ຮັບ​ການ​ພັດທະນາ ​ແລະ ​ປົກ​ປັກຮັກສາສະພາບ​​ແວດ​ລ້ອມ​ສາກົນ​ທີ່​ມີ​ສັນ​ຕິ​ພາບ ​ແລະ ​ສະ​ຖຽນ​ລະ​ພາບ ພ້ອມ​ທັງ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ທົ່ວ​ໂລກ​ເຊິ່ງລວມທັງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ແຜ່​ລະບາດ​ຂອງ​ພະ​ຍາດ​​ໂຄ​ວິດ-19, ລ້ວນ​ແຕ່​ຕ້ອງ​ການ​ສາຍ​ພົວພັນ​ຈີນ-ອາ​ເມຣິກາ​ທີ່​ປອດ​​ໃສ ​ແລະ ໝັ້ນ​ທ່ຽງ. ຈີນ ​ແລະ ອາ​ເມຣິກາ​ຄວນ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ດຳ​ເນີນ​ການ​ຮ່ວມ​ມື​ເພື່ອ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ປະທານາທິບໍດີ​​ໂຈ ໄບ​ເດັນ, ສ້າງ​ຄວາມ​ຮັບ​ຮູ້​ທີ່​ຄ້າຍ​ຄືກັນ, ປະຕິບັດ​ງານ​ຢ່າງ​ຕັ້ງໜ້າ, ຊັກ​ນຳ​ການ​ພົວພັນ​ຈີນ-ອາ​ເມຣິກາ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ຕັ້ງໜ້າ. ນີ້​ແມ່ນ​ຄວາມ​ຕ້ອງການ​ທີ່​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ ​ທັງ​ແມ່ນ​ຄວາມ​​ຫວັງຂອງ​ປະຊາ​ຄົມ​ໂລກ.