“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ກາຍ​ເປັນ​ເວ​ທີ​ຮ່ວມ​ມື​ສາ​ກົນທີ່​ກວ້າງ​ຂວາງ​ທີ່​ສຸດ​ແລະ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ປັດ​ຈຸ​ບັນ

2021-11-22 17:53:28 |ມາຈາກ: CRI

ພາຍ​ຫຼັງ​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” 8 ປີ​ມາ​ນີ້, ​ມາ​ຮອດ​ວັນ​ທີ 26 ຕຸ​ລາ​ແລ້ວ​ນີ້, ຈີນ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” 206 ສະ​ບັບ​ກັບ 140 ປະ​ເທດ​ແລະ​ 32 ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ແລະ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ 90 ກວ່າ​ກົນ​ໄກ. ປັດ​ຈຸ​ບັນ, ຈີນ​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ 7 ສະ​ບັບ​ກັບ 13 ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

​ນັບແຕ່​ປີ 2013 ຫາ​ປີ 2020, ມູນ​ຄ່າ​ຊື້​ຂາຍ​ສິນ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ມີຫຼາຍກວ່າ 9.200 ຕື້​ໂດ​ລາ​ສະ​ຫະ​ລັດ, ​ມາດ​ຕະ​ສ່ວນ​ຂອງມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ທີ່ກວມ​ເອົາຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ​ນັ້ນ​ໄດ້​ເພີ່ມ​ຂຶ້ນ 4,1%. ພ້ອມ​ກັນ​ນັ້ນ, ຈີນຍັງ​ໄດ້​ລົງ​ທຶນ​ຢູ່​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໂດຍ​ກົງ​ບັນ​ລຸ​ເຖິງ 136 ຕື້​ໂດ​ລາ​ສະ​ຫະ​ລັດ, ປະ​ເທດ​ເຫຼົ່າ​ນີ້​​ກໍ​ໄດ້​ສ້າງຕັ້ງ​ວິ​ສາ​ຫະ​ກິດ​ໃໝ່​ຢູ່​ປະ​ເທດ​ຈີນ​ມີເຖິງ 27 ພັນ​ແຫ່ງ, ມູນ​ຄ່າ​ການ​ລົງ​ທຶນ​ຕົວ​​ຈຶ່ງ​ມີ​ປະ​ມານ 60 ຕື້​ໂດ​ລາ​ສະ​ຫະ​ລັດ. ໃນ​ຫຼາຍ​ປີ​ມາ​ນີ້, ວິ​ສາ​ຫະ​ກິດ​ຈີນ​​ທີ່​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ທີ່​ມີ​ລັກ​ສະ​ນະ​ພາກ​ພື້ນ​ໂດຍ​ຜ່ານ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ໄດ້​ສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ປະ​ເທດ​ຮ່ວມ​ມື​ທັງ​ຫຼາຍ.