ສະ​ໜາມ​​ກິ​ລາ​ນ້ຳ​ກ້ອນ​ທີ່​ສາ​ມາດ “ດື່ມ​ໄດ້”

2021-11-24 17:24:25 |ມາຈາກ: CRI

ສະ​ໜາມ​ກິ​ລາ​ໃນ​ຮົ່ມ​ແຫ່ງ​ຊາດ​ເປັນ​ໜຶ່ງ​ໃນ 3 ສະ​ໜາມ​ກິ​ລາ​ຫຼັກ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008, ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022, ຈະ​ຈັດ​ການ​ແຂ່ງ​ຂັນ​​ລາຍ​ການ​ແຂ່ງ​ຂັນກິ​ລາ​ເທິງ​ນ້ຳ​ກ້ອນ​ເພດ​ຊາຍ​ແລະ​​ເພດ​ຍິງ​ສ່ວນ​ໜຶ່ງ ພ້ອມ​ທັງການ​ແຂ່ງ​ຂັນ​ກິ​ລາ​ເທິງ​ນ້ຳ​ກ້ອນຄົນ​ພິ​ການ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄົນ​ພິ​ການ​ປັກ​ກິ່ງ, ສະ​ໜາມ​ກິ​ລາ​ແຫ່ງ​ນີ້ສົມ​ເປັນ “ສະ​ໜາມ​ກິ​ລາທີ່​ຮັບ​ໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ສອງ​ຄັ້ງ”.

ຈາກ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເປັນ​ຕົ້ນ​ໄປ, ສະ​ໜາມແຂ່ງ​ຂັນ​​ກິ​ລາ​ເທິງ​ນ້ຳ​ກ້ອນ​ໄດ້​ດັດ​ແປງຈາກ​ສະ​ໜາມກວ້າງ 30 X 60 ແມັດ ​ເປັນຂະ​ໜາດ 26 X 60 ແມັດ. ນີ້​ກໍ​ໝາຍ​ຄວາມ​ວ່າ​ເນື້ອ​ທີ່​ນ້ຳ​ກ້ອມ​ນ້ອຍກວ່າ​ງານ​ໂອ​ລິ​ມ​ປິກ​ທຸກ​ຄັ້ງ​ທີ່​ຜ່ານ​ມາ. ເຖິງ​ຈະ​ນ້ອຍກວ່າ​ກໍ​ຕາມ, ແຕ່​ຄຸນ​ນະ​ພາບ​ຂອງ​ໜ້າ​ນ້ຳ​ກ້ອມ​ພັດ​ມີ​ຄຸນ​ນະ​ພາບ​ສູງກວ່າ​ແຕ່​ກ່ອນຫຼາຍ. ​ຍ້ອນ​ວ່າວັດ​ຖຸ​ດິບ​ທີ່​ນຳ​ໃຊ້​ມີ​ຄຸນ​ນະ​ພາບ​​ເຊັ່ນ: ນ້ຳ. ​ນ້ຳ​ທີ່​ໃຊ້​ໃນການ​ຜະ​ລິດ​ນ້ຳ​ກ້ອມ​ໄດ້​ຜ່ານ​ການ​ກັ່ນ​ຕອງຫຼາຍ​ເທື່ອ, ບໍ່​ພຽງ​ແຕ່​ໄດ້​ຕາມ​ມາດ​ຕະ​ຖານ​ທີ່​ສາ​ມາດ​ດື່ມ​ໄດ້ເທົ່າ​ນັ້ນ, ​ຍັງ​ສູງກວ່າ​ມາດ​ຕະ​ຖານ​ນ້ຳ​ດື່ມ​ອີກ​ດ້ວຍ.